ສື່ມວນຊົນຍາມໃດກໍ່ຮ່ວມເດີນທາງກັບພາລະກິດການປະຕິວັດຂອງຊາດ ຫວຽດນາມ

(VOVWORLD) -ໂດຍສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 – 21/6/2017), ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ສູນກະຈາຍສຽງແຫ່ງຊາດ, ເລກທີ 58 ຖະໜົນ, ກວານຊື໋ (ຮ່າໂນ້ຍ), ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ - ສື່ສານ ແລະ ສະມາຄົມນັກຂ່າວ ຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມແລກປ່ຽນວຽກງານສື່ມວນຊົນທົ່ວປະເທດເດືອນ ມິຖຸນາ ປີ 2017.
ສື່ມວນຊົນຍາມໃດກໍ່ຮ່ວມເດີນທາງກັບພາລະກິດການປະຕິວັດຂອງຊາດ ຫວຽດນາມ - ảnh 1 (ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ)

ກ່າວຄຳເຫັນນະທີ່ນີ້, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຝາກຄຳອວຍພອນເຖິງບັນດານັກຂ່າວໃນທົ່ວປະເທດເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ, ສືບຕໍ່ອຸທິດສ່ວນ, ປະຕິບັດສຳເລັດໜ້າທີ່ການເມືອງ, ປະກອບສ່ວນສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ຫວໍວັນເຖືອງ, ຢືນຢັນວ່າ ສື່ມວນຊົນຍາມໃດກໍ່ຮ່ວມເດີນທາງພ້ອມກັບພາລະກິດການປະຕິວັດຂອງປະຊາຊົນ, ຂອງຊາດ, ພາຍໃຕ້ການນຳພາຂອງພັກ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດປົດປ່ອຍຊາດກໍ່ຄືສ້າງສາ, ປົກປັກຮັກສາປະເທດຊາດ:

        “ຂ້າພະເຈົ້າຫວັງວ່າ, ບັນດານັກຂ່າວມີຈິດໃຈຊື່ຕົງໃນການປະຕິບັດໜ້າທີ່ຂອງຕົນເພື່ອປະກອບສ່ວນໃຫ້ແກ່ພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ພັດທະນາ, ສົມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງຂອງປະຊາຊົນ, ຂອງພັກ, ລັດ ແລະ ແມ່ນກຳລັງສຳຄັນທີ່ສຸດ, ມີບັນດາການປະກອບສ່ວນຕັ້ງໜ້າເຂົ້າໃນວິວັດການພັດທະນາຂອງສັງຄົມ.”

ຕອບກັບ

ຂ່າວ/ບົດ​ອື່ນ