ສື່ມວນຊົນພາກພື້ນ ອາຣັບ ຕຳໜິຕິຕຽນ ຈີນ ລະເມີດອຳນາດອະທິປະໄຕຂອງ ຫວຽດນາມ

(VOVWORLD) -  ໃນຊຸມວັນຜ່ານມາ, ສື່ມວນຊົນພາກພື້ນ ອາຣັບ ສືບຕໍ່ໃຫ້ຂ່າວ “ກ່ຳປັ່ນ ຈີນ ລະເມີດ ອະທິປະໄຕຂອງ ຫວຽດນາມ ອີກຄັ້ງໜຶ່ງ”. ສື່ເອເລັກໂຕນິກຫລາຍໜ້າຂອງ ອີຢິບ, ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມີເລດ ໃຫ້ຂ່າວ “ກ່ຳປັ່ນ ຈີນ ລະເມີດເຂດທະເລຂອງ ຫວຽດນາມ, ລະເມີດອະທິປະໄຕທະເລຂອງ ຫວຽດນາມ”.
ສື່ມວນຊົນພາກພື້ນ ອາຣັບ ຕຳໜິຕິຕຽນ ຈີນ ລະເມີດອຳນາດອະທິປະໄຕຂອງ ຫວຽດນາມ - ảnh 1ສື່ມວນຊົນພາກພື້ນ ອາຣັບ ຕຳໜິຕິຕຽນ ຈີນ ລະເມີດອຳນາດອະທິປະໄຕຂອງ ຫວຽດນາມ (ພາບ: Skynewsarabia)

        ໜ້າຂ່າວ KUNA ຂອງ ກູເວດ ມີຕອນຂຽນວ່າ “ຈີນ ໄດ້ຜັນຂະຫຍາຍກ່ຳປັ່ນສຳຫລວດ ແລະ ກ່ຳປັ່ນປ້ອງກັນປະກອບອາວຸດຢູ່ເຂດທະເລນອກຝັ່ງຂອງ ຫວຽດນາມ ໄດ້ຕັ້ງຄຳຖາມຢ່າງຮ້າຍແຮງ ກ່ຽວກັບບັນດາຄຳໝັ້ນສັນຍາຂອງ ຈີນ, ລວມມີ ຖະແຫຼງການຂອງ ອາຊຽນ ກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ສຳລັບມາດຕະການສັນຕິພາບໃນການຂັດແຍ້ງກັນຢູ່ທະເລ”.

        ໜັງສືພິມ ປິຣາມິດ ຂອງ ອີຢິບ ໄດ້ໃຫ້ຂ່າວກ່ຽວກັບບັນດາຄວາມວິຕົກກັງວົນຂອງສາກົນ ຕໍ່ການແຊກແຊງຂອງ ຈີນ ເຂົ້າໃນການເຄື່ອນໄຫວຂຸດຄົ້ນນ້ຳມັນອາຍແກັດ ຫວຽດນາມ. ໜັງສືພິມມີຕອນຂຽນວ່າ: “ອາເມລິກາ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ກ່ຽວກັບການແຊກແຊງຂອງ ຈີນ ເຂົ້າໃນບັນດາການເຄື່ອນໄຫວນ້ຳມັນອາຍແກັດຢູ່ບັນດາເຂດທະເລຂອງ ຫວຽດນາມ, ຖືວ່າ ສິ່ງນີ້ໄດ້ຕັ້ງຄຳຖາມຢ່າງເຂັ້ມງວດກ່ຽວກັບຄຳໝັ້ນສັນຍາຂອງ ປັກກິ່ງ ໃນການແກ້ໄຂການຂັດແຍ້ງກັນຢູ່ທະເລ.”

ຕອບກັບ

ຂ່າວ/ບົດ​ອື່ນ