ສື່ມວນຊົນລາວ: ການຢ້ຽມຢາມຂອງ ປະທານປະເທດ ຫວໍວັນເຖືອງ ປະກອບສ່ວນເຮັດໃຫ້ການພົວພັນແບບພິເສດ ລາວ - ຫວຽດນາມ ເລິກເຊິ່ງກ່ວາອີກ

(VOVWORLD) - ບົດນຳຂອງ ໜັງສືພິມປະຊາຊົນ ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນທາງການຄັ້ງທຳອິດຂອງທ່ານ ຫວໍວັນເຖືອງ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ສສ ຫວຽດນາມ. ຕາມໜັງສືພິມປະຊາຊົນ ແລ້ວ, ການຢ້ຽມຢາມຂອງ ທ່ານປະທານປະເທດ ຫວໍວັນເຖືອງ ຈະປະສົບຜົນສຳເລັດຢ່າງຈົບງາມ...
ສື່ມວນຊົນລາວ: ການຢ້ຽມຢາມຂອງ ປະທານປະເທດ ຫວໍວັນເຖືອງ ປະກອບສ່ວນເຮັດໃຫ້ການພົວພັນແບບພິເສດ ລາວ - ຫວຽດນາມ ເລິກເຊິ່ງກ່ວາອີກ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
(ພາບ:Thống Nhất/TTXVN)

ບັນດາໜັງສືພິມຂອງລາວຄື: ໜັງສືພິມປະຊາຊົນ - ກະບອກສຽງຂອງພັກປະຊາຊົນປະຕິວັດລາວ; ໜັງສືພິມປະເທດລາວ ສຽງຂອງສຳນັກຂ່າວສານ ລາວ (KPL)… ສະບັບອອກວັນທີ 10 ເມສາ ລ້ວນແຕ່ລົງພິມໃນໜ້າຫຼັກດ້ວຍບົດນຳຂ່ຳນັບຮັບຕ້ອນ ປະທານປະເທດ ສສ ຫວຽດນາມ ຢ້ຽມຢາມ ລາວ ຢ່າງເປັນທາງການ; ຢັ້ງຢືນວ່າ ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ປະກອບສ່ວນເຮັດໃຫ້ການພົວພັນແບບພິເສດລະຫວ່າງສອງປະເທດລາວ - ຫວຽດນາມ ເລິກເຊິ່ງກ່ວາອີກ.

        ບົດນຳຂອງ ໜັງສືພິມປະຊາຊົນ ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນທາງການຄັ້ງທຳອິດຂອງທ່ານ ຫວໍວັນເຖືອງ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ສສ ຫວຽດນາມ. ຕາມໜັງສືພິມປະຊາຊົນ ແລ້ວ, ການຢ້ຽມຢາມຂອງ ທ່ານປະທານປະເທດ ຫວໍວັນເຖືອງ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນນຳການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ ສືບຕໍ່ພັດທະນາກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນກໍ່ຄືຢູ່ໃນໂລກ.

        ໃນຂະນະນັ້ນ, ບົດນຳຂອງໜັງສືພິມປະເທດລາວ ກໍເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເລືອກ ສປປ ລາວ ແມ່ນປະເທດທຳອິດທີ່ຢ້ຽມຢາມພາຍຫຼັງຮັບດຳລົງຕຳແໜ່ງ, ໄດ້ສະແດງໃຫ້ເຫັນວ່າ ການຢ້ຽມຢາມແມ່ນເພື່ອແນໃສ່ປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ