( vovworld ) – ກອງປະຊຸມພະນັກງານສື່ມວນຊົນທົ່ວປະເທດໄດ້ຮໍ່າຮຽນ, ຊາບຊືມ, ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມສູນກາງຄັ້ງທີ 4 ( ຊຸດທີ 11 ) “ ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ ” ຖືກດຳເນີນໄປໃນວັນທີ 29/3 ຢູ່ແຂວງ Quang Ninh. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Nguyen The Ky ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງໄດ້ເນັ້ນໜັກວ່າ ບັນດາພາຫະນະສືມວນຊົນມີບົດບາດສຳຄັນທີ່ສຸດໃນການນຳມະຕິສູນກາງຄັ້ງທີ 4 ( ຊຸດທີ 11 ) ກໍຄື “ ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ ” ເຂົ້າໃນຊີວິດ. ທ່ານ Nguyen The Ky ໄດ້ສະເໜີໃຫ້ບັນດາອົງການສືມວນຊົນຄວນໄກ້ຊິດ ແລະ ໂຄສະນາຢ່າງຕໍ່ເນື່ອງບັນດາໝວດມາດຕະການແກ້ໄຂ ເຊິ່ງມະຕິກອງປະຊຸມສູນກາງຄັ້ງທີ 4, ສຳສັ່ງ ແລະ ແຜນການຂອງກົມການເມືອງໄດ້ວາງອອກ; ເປັນເຈົ້າການຕໍ່ສູ້ປະຕິເສດບັນດາທັດສະນະ, ຂໍ້ມູນຂ່າວທີ່ຜິດພາດ, ເປັນປໍລະປັກ, ເສກສັນປັ້ນແຕ່ງເນື້ອໃນ, ຖືເບົາຈຸດໝາຍ, ຄວາມໝາຍ, ຄວາມສຳຄັນຂອງກອງປະຊຸມສູນກາງຄັ້ງທີ 4 ກໍຄືບັນດາມາດຕະການຜັນຂະຫຍາຍມະຕິເຂົ້າໃນຊີວິດຕົວຈິງ.