ສື່ມວນຊົນສາກົນ: ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045

(VOVWORLD) -

ວັນທີ 25 ມັງກອນ, ສື່ມວນຊົນສາກົນ ແລະ ພາກພື້ນພ້ອມກັນລົງຂ່າວດ້ວຍຄວາມສົນໃຈ, ຕີລາຄາສູງ ແລະ ເຊື່ອໝັ້ນຕໍ່ບັນດາທິດທາງຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ສືບຕໍ່ຮັບຮອງເອົາ.

ສື່ມວນຊົນສາກົນ: ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045 - ảnh 1ນັກຂ່າວຕ່າງປະເທດເຮັດວຽກຢູ່ສູນສື່ມວນຊົນ
(ພາບ: hanoi.gov.vn)

ສຳນັກຂ່າວສານ AP ຂອງອາເມລິກາ, Nikkei ຂອງຍີ່ປຸ່ນ ໄດ້ລົງຂ່າວວ່າ: ມີຜູ້ແທນເກືອບ 1.600 ທ່ານເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ຕາມບັນດາບົດຂຽນແລ້ວ, ກອງປະຊຸມໃຫຍ່ຄັ້ງນີ້ແມ່ນເຫດການການເມືອງສຳຄັນຍິ່ງຂອງຫວຽດນາມ, ດຳເນີນໃນສະພາບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ລໍຖ້າຄວາມສາມາດນຳໃຊ້ທ່າແຮງທາງດ້ານເສດຖະກິດຂອງຕົນ ເມື່ອແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີຍອດຜະລິດຕະພັນພາຍໃນ (GDP) ບັນລຸ 2,9% ໃນປີ 2020, ຍ້ອນການແກ້ໄຂ ແລະ ຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ.

        ໃນວັນດຽວກັນ, ສື່ມວນຊົນ ສ.ເກົາຫຼີ, ໃນນັ້ນມີວິທະຍຸ ແລະ ໂທລະພາບ KBS, ສຳນັກຂ່າວສານ Yonhap ຊີ້ແຈ້ງວ່າ, ຄາດວ່າ ລັດຖະບານຫວຽດນາມ ຕັ້ງເປົ້າໝາຍການເຕີບໂຕເສດຖະກິດໃນໄລຍະ 2021 – 2026 ບັນລຸແຕ່ 6,5%-7%/ປີ ແລະ ກາຍເປັນປະເທດມີລາຍຮັບປານກາງ.

        ສື່ມວນຊົນອາເມລິກາ ລາຕິນ ແລະ ອົງການໜັງສືພິມໃຫຍ່ຫຼາຍສະບັບຂອງອິນໂດເນເຊຍ ກໍ່ພ້ອມກັນໃຫ້ຂ່າວ ແລະ ພາບຖ່າຍກ່ຽວກັບວັນໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ