ສຸມ​ໃສ່​ຜັນ​ຂະຫຍາຍ​ການ​ຈັດ​ຊື້, ສັກ​ວັກ​ຊິນ​ໃຫ້​ແກ່​ເດັກ​ອາຍຸ​ແຕ່ 5 ປີ ຫາ​ຕ່ຳ​ກວ່າ 12 ປີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮອງໃຫ້ກະຊວງສາທາລະນະສຸກ ເປັນທານສົມທົບກັບອົງການ, ທ້ອງຖິ່ນທີ່ກ່ຽວຂ້ອງຮີບດ່ວນດັດປັບ, ຢື່ນສະເໜີໃຫ້ລັດຖະບານປະກາດໃຊ້ໂຄງການທັງໝົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ປີ 2022 – 2023; ຮັບປະກັນແຫຼ່ງທີ່ມາ ແລະ ແຈກຢາຍວັກຊິນຢາປິ່ນປົວ ໂຄວິດ-19 ໃຫ້ທັນເວລາ, ສຸມໃສ່ຜັນຂະຫຍາຍການຈັດຊື້, ສັກວັກຊິນໃຫ້ແກ່ເດັກນ້ອຍ ແຕ່ 05 ປີ ຫາຕ່ຳກວ່າ 12 ປີ ຕາມການຊີ້ນຳຂອງລັດຖະບານ.
ສຸມ​ໃສ່​ຜັນ​ຂະຫຍາຍ​ການ​ຈັດ​ຊື້, ສັກ​ວັກ​ຊິນ​ໃຫ້​ແກ່​ເດັກ​ອາຍຸ​ແຕ່ 5 ປີ ຫາ​ຕ່ຳ​ກວ່າ 12 ປີ - ảnh 1(ພາບປະກອບ: VOV)

ພ້ອມດຽວກັນນັ້ນ,  ກະຊວງສາທາລະນະສຸກ ສືບຕໍ່ຕີລາຄາເພື່ອເພີ່ມເຕີມ, ສ້າງລັກການ, ຫຼັກສູດປ້ອງກັນ, ຕ້ານໂລກລະບາດທີ່ມີຢູ່ແລ້ວໃຫ້ສຳເລັດ, ປັບປຸງໃຫ້ເໝາະສົມສະພາບການໃໝ່ໃຫ້ທັນເວລາ. ສົມທົບກັບອົງການ, ສຳນັກງານ ທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອສືບຕໍ່ກວດກາ, ແນະນຳ ແລະ ຜັນຂະຫຍາຍບັນດາມາດຕະການສາທາລະນະສຸກ,  ຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ ໂຄວິດ-19 ໃຫ້ສອດຄ່ອງກັບຂັ້ນຕອນການເປີດປະຕູທ່ອງທ່ຽວ, ການຂົນສົ່ງທາງອາກາດ, ການພັກຜ່ອນຢ່ອນຄາຍ, ວັດທະນະທຳ, ສິລະປະ, ກິລາ ແລະ ການເປີດໂຮງຮຽນ ຄືນໃໝ່.

ສາທາລະນະສຸກຂັ້ນຮາກຖານ, ຕ້ອງມີແຜນເກັບແຮເຄື່ອງໃຊ້, ສານເຄມີ, ຈັດສັນຈຳນວນຕຽງນອນຄົນເຈັບ, ພາຫະນະສຸກເສີນນອກໂຮງໝໍເພື່ອກຽມພ້ອມຮັບມື, ຮັບປະວຽກງານກັນປ້ອງກັນ, ຕ້ານໂລກລະບາດ, ຈັດແຈງບ່ອນຢູ່, ບ່ອນປິ່ນປົວ, ບ່ອນກວດພະຍາດ,  ປິ່ນປົວພະຍາດທົ່ວໄປ ໃຫ້ດີ

ຕອບກັບ

ຂ່າວ/ບົດ​ອື່ນ