ງານບຸນຍິງບັ້ງໄຟດອກສາກົນດານັ້ງ 2017 |
(vovworld)- ງານບຸນຍິງບັ້ງໄຟດອກສາກົນດານັ້ງ 2017 ໄດ້ຖືກໄຂຂຶ້ນໃນຕອນຄ່ຳວັນທີ 30/4 ຢູ່ແມ່ນ້ຳຮ່ານຊຶ່ງມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ, ການນຳນະຄອນດານັ້ງ, ບັນດາເອກອັກຄະລັດຖະທູດປະເທດຕ່າງໆ ແລະ ປະຊາຊົນ, ແຂກທ່ອງທ່ຽວຢ່າງຫຼວງຫຼາຍ. ທ່ານ ຮີ່ງດຶກເທີ, ປະທານຄະນະກຳມະການປະຊາຊົນ ນະຄອນ ດານັ້ງ ໃຫ້ຮູ້ວ່າ :
“ງານບຸນຍິງບັ້ງໄຟດອກແມ່ນໜຶ່ງໃນບັນດາງານບຸນທີ່ຄ່ອຍໆກາຍເປັນງານບຸນທີ່ເປັນເອກະລັກທີ່ສຸດ ແລະ ພົ້ນເດັ່ນໃນນະຄອນດານັ້ງ. ແລະ ພວກຂ້າພະເຈົ້າຈະມານະພະຍາຍາມເພື່ອເຮັດໃຫ້ງານບຸນນີ້ ພັດທະນາ, ສົມບູນກ່ວາເກົ່າ, ກາຍເປັນເຫດການທີ່ພົ້ນເດັ່ນຢ່າງແທ້ຈິງ, ດຶງດູດແຂກທ່ອງທ່ຽວ ກໍຄືໂຄສະນານະຄອນ. ”
ສ່ວນອ້າຍ ຫງວຽນວັນຮ້ຽວ ແຂກທ່ອງທ່ຽວທີ່ມາຈາກແຂວງແທງຮ້ວາ ເປີດເຜີຍວ່າ :
“ ຂ້າພະເຈົ້າເຄີຍຊົມຍິງບັ້ງໄຟດອກຜ່ານໂທລະພາບເທົ່ານັ້ນ ແລະ ບໍ່ໄດ້ຊົມ ການຍິງບັ້ງໄຟດອກຕົວຈິງຈັກເທື່ອ. ຂ້າພະເຈົ້າເຫັນວ່າ ການຍິງບັ້ງໄຟດອກຂອງຫວຽດນາມ ໄດ້ສ້າງຄວາມປະທັບໃຫ້ແກ່ຜູ້ຊົມທີ່ສຸດ”