ສື່ສານຍີ່ປຸ່ນໃຫ້ຂ່າວທ່ານຫງວຽນຊວນຟຸກໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ

ສື່ສານຍີ່ປຸ່ນໃຫ້ຂ່າວທ່ານຫງວຽນຊວນຟຸກໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ - ảnh 1
(ສື່ສານຍີ່ປຸ່ນໃຫ້ຂ່າວທ່ານຫງວຽນຊວນຟຸກ
ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ)

(vovworld) - ສື່ສານ ​ຍີ່ປຸ່ນ​ ​ໄດ້ໃຫ້​ຂ່າວວ່າ, ສະພາ​ແຫ່ງ​ຊາດ ຫວຽດນາມ​ໄດ້​ເລືອກ​ຕັ້ງທ່າ​ນຮອງ​ນາຍົກລັດຖະມົນຕີ​ ​ຫງວຽນ​ຊວນ​ຟຸກ​ ​​ ເປັນ​ນາຍົກລັດຖະມົນຕີ ​ແທນ​ໃຫ້​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ. ສຳນັກ​ຂ່າວສານ Kyodo ​ໃຫ້​ຂໍ້​ສັງ​ເກດ​ວ່າ, ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່ ຫງວຽນ​ຊວນ​ຟຸກ ຈະ​ສືບ​ຕໍ່ໜ້າ​ທີ່​ຂອງ​ປະ​ເທດ​ຊາດ, ພັດທະນາ​ຕາມ​ທິດ​ເສດຖະກິດ​ການ​ຕະຫຼາດ, ​ໂດຍ​ອີງ​ຕາມ​ນະ​ໂຍບາຍ​ປ່ຽນ​ໃໝ່​ຂອງ​ຫວຽດນາມ ​ເຊິ່ງ​​ໄດ້​ປະຕິບັດ​ໃນ​ຫຼາຍ​ປີ​ມາ​ນີ້. ສຳນັກ​ຂ່າວສານ Kyodo ຍັງ​ເນັ້ນ​ໜັກ​ວ່າ, ​ໃນ​ອາຍຸ​ການ​ຂອງ​ຕົນ, ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່​ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ປະຕິ​ຮູບ​ເສດຖະກິດ ​ແລະ ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ສຳນັກ​ຂ່າວສານ Jiji ຂອງ ​ຍີ່ປຸ່ນກໍ່​ໃຫ້​ຂ່າວ​ກ່ຽວ​ກັບ​ບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ຂອງ ຫວຽດນາມ ​ເຊິ່ງຈະ​ໄດ້​ຮັບ​ການ​ປະກາດ​ໃນ​ສັບປະດາ​ນີ້ ​ແລະ ຈະ​ປະຕິບັດ​ໜ້າ​ທີ່​ໃນ​ສັບປະດາ​ນີ້. ສຳນັກ​ຂ່າວສານ​ນີ້​ກໍ່​ໃຫ້​ຂ່າວ​ວ່າ. ທີ່​ສະ​ໄໝ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 21/3, ທ່ານ​ນາງ ຫງວຽນ​ທິກິມ​ເງິນ ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ​ເຈິ່ນດ້າຍ​ກວາງ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ. ​ແລະ ​ເດືອນ 1/2016, ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງພັກ​ກອມ​ມູນິດ​ຫວຽດນາມ, ທ່ານ ຫງວຽນ​ຟູ໋ຈ້ອງ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ.

ຂ່າວ/ບົດ​ອື່ນ