ສື່ສານເຢຍລະມັນຕີລາຄາສູງສານຂອງທ່ານນາຍົກລັດຖະມົນຕີຫວຽດນາມຢູ່ ສປຊ

ສື່ສານເຢຍລະມັນຕີລາຄາສູງສານຂອງທ່ານນາຍົກລັດຖະມົນຕີຫວຽດນາມຢູ່ ສປຊ - ảnh 1

ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງກ່າວ​ປາ​ໄສ
ຢູ່​ວາລະ​ປະຊຸມ​ຄົບ​ຄະນະ ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ
(ພາບອິນເຕີແນດ)

(vovworld) – ບົດ​ກ່າວ​ປາ​ໄສ​ຂອງ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢູ່​ວາລະ​ປະຊຸມ​ຄົບ​ຄະນະ ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຫວ່າງ​ແລ້ວ​ນີ້ ສືບ​ຕໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ສາກົນ. ດ້ວຍ​ຫົວ​ຂໍ້​ວ່າ “ຄຳ​ຮຽກຮ້ອງ​ສັນຕິພາບ​ຈາກ​ຫວຽດນາມ“, ບົດ​ຂຽນ​ທີ່​ລົງ​ພິມ​ໃນ​ໜັງສືພິມ “ປະ​ເທດ​ເຢຍລະ​ມັນ​ໃໝ່“, ສະບັບ​ອອກ​ວັນ​ທີ 2/10, ຢືນຢັນ​ວ່າ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຕາງໜ້າ​ໃຫ້​ປະ​ເທດ​ໜຶ່ງ​ທີ່​ເຄີຍ​ຜ່ານ​ຜ່າ “​ສົງຄາມ, ດ້ວຍ​ເລືອດ​ເນື້ອ ​ແລະ ນຳ້ຕາ“. ດັ່ງ​ນັ້ນ​ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງ​ໂລກ ຈົ່ງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອ​ຫຼີກ​ເວັ້ນການ​ປະ​ທະ​ກັນ, ຮັບປະກັນ​ສັນຕິພາບ, ກ່າວ​ປະນາມ​ທຸກ​ການ​ກະທຳ​ເກາະ​ຜິດ ກ້າ​ຫາຍ​ສົງຄາມ, ນັ້ນ​ແມ່ນ​ສິ່ງ​ທີ່​ໜ້າ​ນຶກ​ຄິດ.  ບົດໜັງສືພິມ​ຍັງ​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ທີ່​ຮຽກຮ້ອງ​ປະຊາ​ຄົມໂລກ ມຸ່ງ​ໄປ​ເຖິງ​ແຜນການ​ພັດທະນາ​ພາຍຫຼັງ​ປີ 2015, ພ້ອມ​ກັນ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ແນ​ໃສ່​ຊຸກຍູ້​ສັນ​ຕິ​ພາບ, ຍູ້​ຄວາມທຸກ​ຍາກ ອຶດ​ຫີ​ວ​ໃຫ້​ຖອຍ​ໄປ ​ແລະ ປົກ​ປັກ​ຮັກສາ​ໜ່ວຍ​ໂລກ. ​ໃນ​ວັນ​ດຽວ​ກັນ, ສື່​ເອ​ເລກ​ໂຕ​ນິກອື່ນໆ ກໍ່​ໄດ້​​ໃຫ້​ຂ່າວ ​ແລະ ບົດ​ຕີ​ລາຄາ​ສູງ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ