ສອງ​ຖ້ຽວ​ບິນ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 600 ຄົນ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ​ປະ​ເທດ​ຢ່າງ​ປອດ​ໄພ

(VOVWORLD) -ວັນທີ 13 ມີນາ, ບັນດາກະຊວງ, ຂະແໜງການ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ທີ່ກ່ຽວຂ້ອງ ໄດ້ຈັດສອງຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ເກືອບ 600 ຄົນຈາກ ຢູແກຼນ ໄປຍັງ ໂປໂລຍ ແລະ ຣູມານີ ກັບຄືນມາປະເທດຢ່າງປອດໄພ. ນີ້ກໍແມ່ນສອງຖ້ຽວບິນທຳອິດທີ່ໄດ້ຜັນຂະຫຍາຍ ໂດຍກຸ່ມບໍລິສັດ Sun Group ອຸປະຖຳ ແລະ ສົມທົບກັບ Vietnam Airlines ພາຍຫຼັງທີ່ໄດ້ຮັບຄວາມເຫັນດີຈາກລັດຖະບານ.
ສອງ​ຖ້ຽວ​ບິນ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 600 ຄົນ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ​ປະ​ເທດ​ຢ່າງ​ປອດ​ໄພ - ảnh 1ຊາວ ຫວຽດນາມ ອາໄສ ຢູ່ ຢູແກຼນ ກັບເມືອປະເທດຢ່າງປອດໄພ (ພາບ: TTXVN)

ລະອຽດ, ຖ້ຽວບິນໝາຍເລກ VN58 ໄດ້ສົ່ງພົນລະເມືອງ 288 ຄົນຈາກ ໂປໂລຍ ລົງຈອດຢູ່ສະໜາມບິນ ໂນ້ຍບ່າຍ (ຮ່າໂນ້ຍ) ໃນເວລາ 9 ໂມງ 30 ນາທີ. ຖ້ຽວບິນໝາຍເລກ VN68 ໄດ້ສົ່ງພົນລະເມືອງ 291 ຄົນຈາກ ຣູມານີ ກໍໄດ້ລົງຈອດຢູ່ສະໜາມບິນ ໂນ້ຍບາຍ ຮ່າໂນ້ຍ ໃນເວລາ 11 ໂມງ. ສະຖານທູດ ຫວຽດນາມ ປະຈໍາ ໂປໂລຍ ແລະ ຣູມານີ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ຈັດສົ່ງພົນລະເມືອງໄປຍັງສະໜາມບິນ, ແຕ່ງຕັ້ງພະນັກງານໜູນຊ່ວຍໃນການເຮັດລະບຽບການທີ່ຈຳເປັນ ແລະ ເຮັດວຽກກັບອຳນາດການປົກຄອງປະເທດປະຈຳຖິ່ນຢ່າງແໜ້ນແຟ້ນ ເພື່ອອຳນວຍຄວາມສະດວກໃຫ້ພໍ່ແມ່ພີ່ນ້ອງເດີນທາງກັບເມືອປະເທດ.

ບັນດາອົງການຜູ້ຕາງໜ້າກໍໄດ້ເປັນເຈົ້າການ, ຮີບດ່ວນສົມທົບກັບອົງການເຈົ້າໜ້າທີ່ຂອງທ້ອງຖິ່ນ ແລະ ສະມາຄົມຊາວ ຫວຽດນາມ ອາໄສຢູ່ປະເທດຈຳຖິ່ນຕ້ອນຮັບ, ຈັດການຍານພາຫະນະໄປມາ, ບ່ອນກິນບ່ອນຢູ່ຊົ່ວຄາວ ແລະ ເຄື່ອງຂອງທີ່ຈຳເປັນໃຫ້ແກ່ພໍ່ແມ່ພີ່ນ້ອງ; ຮັບເອກະສານ, ແກ້ໄຂກໍລະນີຖືກຕິດຄ້າງກ່ຽວກັບເອກະສານ, ຊ່ວຍພໍ່ແມ່ພີ່ນ້ອງເຮັດລະບຽບການທີ່ຈຳເປັນສຳເລັດໂດຍໄວເພື່ອກັບຄືນມາປະເທດໃນຖ້ຽວບິນຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ