ສ.ອາຍແລນເອົາໃຈໃສ່ຊຸກຍູ້ການຮ່ວມມືກັບອາຊຽນ

ສ.ອາຍແລນເອົາໃຈໃສ່ຊຸກຍູ້ການຮ່ວມມືກັບອາຊຽນ - ảnh 1
ທ່ານ ເລ​ເລືອງ​ມິງ ແລະ ທ່ານ Kyle O’Sullivan
(ພາບ: ASEAN)

(vovworld) – ​​ແຈ້ງ​ການ​ຂອງ​ຄະ​ນະ​ເລ​ຂາ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ ອາ​ຊີ ຕາ​ເວັນ​ອອກ ສ່ຽງ​ໃຕ້ (ອາ​ຊຽນ) ໃຫ້​ຮູ້​ວ່າ: ວັນ​ທີ 15/4, ທ່ານ Kyle O’Sullivan, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່​ຂອງ ສ. ອາຍ​ແລນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມິງ, ດຳ​ລົງ​ຕຳ​ແໜ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ປະ​ຈຳ​ຂອງ ສ. ອາຍ​ແລນ ປະ​ຈຳ ອາ​ຊຽນ​ຢ່າງ​ເປັນ​ທາງ​ການ.

        ​ນະ​ພິ​ທີ, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອ​ງ​ມິງ ຊົມ​ເຊີຍ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ຖະ​ບານ ອາຍ​ແລນ ໃນ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​​ດ້ານເສດ​ຖະ​ກິດ​ກັບ ອາ​ຊຽນ, ທັງ 2 ຝ່າຍ ແລະ ໃນ​ຂອບ​ເຂດ ອາ​ຊຽນ - ສະ​ຫະ​ພາບ ເອີ​ລົບ (ອີ​ຢູ). ຄຽງ​ຄູ່​ເລື່ອງ​​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການກໍ່​ສ້າງ​ປະ​ຊາ​ຄົມ ອາ​ຊຽນ, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ກໍ່​ກະ​ຕຸກ​ຊຸກ​ຍູ້​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Kyle O’Sullivan ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ແທດ​ຈິງ ​ເຊິ່ງອາດ​ຈະ​ປະ​ຕິ​ບັດ​ໄດ້​ລະ​ຫວ່າງ ອາ​ຊຽນ ແລະ ອາຍ​ແລນ ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ 2 ຝ່າຍ.

        ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Kyle O’Sullivan ຢັ້ງ​ຢືນ​ວ່າ: ອາຍ​ແລນ ສະ​ໜັບ​ສະ​ໜູນ ອາ​ຊຽນ ພັດ​ທະ​ນາ​ການ​ຮ່ວມ​ມື ແລ​ະ ເຊື່ອມ​ໂຍງ​ໃນ​ພາກ​ພື້ນ ກໍ​ຄື​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມກໍ່​ສ້າງ​ປະ​ຊາ​ຄົມ ອາ​ຊຽນ. ໃນ​ບົດ​ບາດ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາຍ​ແລນ ປະ​ຈຳ ອາ​ຊຽນ, ທ່ານ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊຸກ​ຍູ້ ແລະ ພັດ​ທະ​ນາ​ບັນ​ດາ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ ອາຍ​ແລນ ແລະ ອາ​ຊ​ຽນ.

 


ຂ່າວ/ບົດ​ອື່ນ