ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ມອບຜ້າອັດປາກ-ດັງໃຫ້ບັນດາທ້ອງຖິ່ນ ແລະອົງການຈັດຕັ້ງຢູ່ ຝຣັ່ງ

(VOVWORLD) -  ວັນທີ 07 ພຶດສະພາ, ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫລວງ ປາຣີ - ຝຣັ່ງ, ສະຖານທູດ ຫວຽດນາມ ໄດ້ມອບຜ້າອັດປາກ-ດັງເກືອບ 17 ພັນອັນໃຫ້ແກ່ອຳນາດການປົກຄອງບັນດາທ້ອງຖິ່ນ, ອົງການມິດຕະພາບ ແລະ ບັນດາສະມາຄົມ, ຄະນະຢູ່ປະເທດ ຝຣັ່ງ. 
ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ມອບຜ້າອັດປາກ-ດັງໃຫ້ບັນດາທ້ອງຖິ່ນ ແລະອົງການຈັດຕັ້ງຢູ່ ຝຣັ່ງ - ảnh 1ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ມອບຜ້າອັດປາກ-ດັງໃຫ້ບັນດາທ້ອງຖິ່ນ ແລະອົງການຈັດຕັ້ງຢູ່ ຝຣັ່ງ 

ຕາງໜ້າໄປຮັບຂອງຂວັນທີ່ເຕັມໄປດ້ວຍຄວາມໝາຍນີ້, ທ່ານນາງ Stephanie Do, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ຢູ່ສະພາແຫ່ງຊາດ ຝຣັ່ງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຂໍຂອບໃຈຢ່າງຈິງໃຈຕໍ່ການກະທຳທີ່ສະແດງໃຫ້ເຫັນຈິດໃຈຄວາມສາມັກຄີນີ້ ຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ສຳລັບສະມາຄົມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ. ພວກຂ້າພະເຈົ້າພວມແຂ່ງຂັນກັບເວລາ ເພື່ອມີຜ້າອັດປາກ-ດັງ ແລະ ແຈກຢາຍໃຫ້ປະຊາຊົນ. ໂດຍສະເພາະແມ່ນຜູ້ທີ່ມີອາຍຸສູງ ທີ່ດຳລົງຊີວິດຢູ່ໃນເຂດເລືອກຕັ້ງຂອງຂ້າພະເຈົ້າ.

        ໃນຊຸມວັນຈະມາເຖິງ, ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ຈະສືບຕໍ່ມອບຜ້າອັດປາກ-ດັງ ໃຫ້ແກ່ບັນດາອົງການຈັດຕັ້ງ, ອຳນາດການປົກຄອງ ແລະ ປະຊາຊົນ ຝຣັ່ງ. ນີ້ແມ່ນການກະທຳທີ່ເຕັມໄປດ້ວຍຄວາມໝາຍ, ແທດຈິງ ແລະ ທັນການ ທີ່ໄດ້ສະຫງວນໃຫ້ປະຊາຊົນ ຝຣັ່ງ ໃນສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ພວມແຜ່ລະບາດ, ບັນຫາຜ້າອັດປາກ-ດັງ ຍາມໃດກໍ່ແມ່ນບັນຫາທີ່ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງ ຝຣັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ