ສະຖານ​ທູດ ຫວຽດ​ນາມ ປະ​ຈ​ຳ​ລາວ ຖະ​ຫວາຍ​ທູບ​ທຽນ ແລະ ລະ​​​ນຶກ​ເຖິງ ວັນ​ຄ​້າຍ​ວັນ​ເກີດ​ຂອງ​ປ​ະ​ທານ​ໄກ​ສອນ​ ພົມ​ວິ​ຫານ ຄົບ​ຮອບ 100 ປີ

(VOVWORLD) -ວັນທີ 11 ທັນວາ ຢູ່ນະຄອນຫຼວງ ວຽງຈັນ, ລາວ, ຄະນະພະນັກງານ, ພາລະກອນສະຖານທູດ ຫວຽດນາມ ພ້ອມກັບບັນດາອົງການສຳນັກງານຜູ້ຕາງໜ້າ ຫວຽດນາມປະຈຳລາວ ໄດ້ໄປຖະຫວາຍດອກໄມ້ ເພື່ອລະນຶກເຖິງ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13 ທັນວາ 1920 – 13 ທັນວາ 2020) ຢູ່ ຫໍພິພິທະພັນ ໄກສອນ ພົມວິຫານ. 
ສະຖານ​ທູດ ຫວຽດ​ນາມ ປະ​ຈ​ຳ​ລາວ ຖະ​ຫວາຍ​ທູບ​ທຽນ ແລະ ລະ​​​ນຶກ​ເຖິງ ວັນ​ຄ​້າຍ​ວັນ​ເກີດ​ຂອງ​ປ​ະ​ທານ​ໄກ​ສອນ​ ພົມ​ວິ​ຫານ ຄົບ​ຮອບ 100 ປີ - ảnh 1 ຄະນະພະນັກງານ, ພາລະກອນສະຖານທູດ ຫວຽດນາມ ໄປຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ

ນະທີ່ນີ້, ທ່ານນາງ ຈິ້ງທິເຕິມ, ອັກຄະລັດຖະທູດຫວຽດາມ ປະຈຳລາວ, ໄດ້ຂຽນຄວາມໃນໃຈໃສ່ປຶ້ມອະນຸສອນສະແດງຄວາມເປັນກຽດເມື່ອໄດ້ມາຖະຫວາຍດອກໄມ້ຢູ່ໜ້າຮູບປັ້ນຂອງຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ, ເພື່ອນຜູ້ຍິ່ງໃຫຍ່ ແລະ ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ທ່ານນາງກໍ່ຢັ້ງຢືນວ່າ: ສະຖານທູດ ແລະ ບັນດາອົງການສຳນັກງານຜູ້ຕາງໜ້າ ຫວຽດນາມ ປະຈຳລາວຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການຂອງລາວ ຢ່າງບໍ່ຢຸດຢັ້ງເພື່ອເປັນຂົວເຊື່ອມຕໍ່ຢ່າງໝັ້ນແກ່ນ, ປະກອບສ່ວນເພີ່ມພູນຄູນສ້າງ, ຊຸກຍູ້ການພົວພັນຮ່ວມມືພິເສດລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ເວີນທຽງ - ດັ້ງທຸ່ຍ, ນັກຂ່າວ VOV ປະຈຳລາວ

ຕອບກັບ

ຂ່າວ/ບົດ​ອື່ນ