ສະຖານທູດຫວຽດນາມປະຈຳQatarຈັດຕັ້ງງານພົບປະສັງສັນອວຍພອນລະດູບານໃໝ່ປີວອກ2016

ສະຖານທູດຫວຽດນາມປະຈຳQatarຈັດຕັ້ງງານພົບປະສັງສັນອວຍພອນລະດູບານໃໝ່ປີວອກ2016 - ảnh 1
ທ່ານ ຫງວຽນ​ຮ່ັວາງ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ
(ພາບອິນເຕີແນັດ)

(vovworld) – ​ ​ເນື່ອງ​ໃນ​ໂອກາດ​ລະດູບານ​ໃໝ່​ປີວ​ອກ 2016  ​ແລະ ຄຳນັບ​ຊົມ​ເຊີຍ​ຜົນ​ສຳ​ລັດ​ຂອງກອງ​ປະຊຸມ​ໃຫຍ່​ທົ​່ວປະ​ເທດ​ຄັ້ງ​ທີ 12 ຂອງພັກ, ສະຖານທູດ ຫວຽດນາມ ປະຈຳ Qatar ຈັດ​ຕັ້ງ​ບຸນ​ເຕັດ​ປະຊາ​ຄົມ ​ແລະ ພົບ​ປະ​ສັງ​ສັນອວຍພອນ​ລະດູບານ​ໃໝ່​ປີວ​ອກ 2016.

        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ຮ່ັວາງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ Qatar ​ໄດ້​​ແຈ້ງ​ໃຫ້​ຊາບ​ສະພາບ​ເສດຖະກິດ, ສັງຄົມ​ຂອງ ຫວຽດນາມ ​ແລະ Qatar ​ໃນ​ປີ 2015 ​ແລະ ບາງ​ທິດ​ທາງ​ເຄື່ອນ​​ໄຫວ​ໃຫຍ່​ຂອງ ຫວຽດນາມ ​ໃນ​ປີ 2016, ພິ​ເສດ​ແມ່ນ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກສຳ​ເລັດ​ຜົນ​ຢ່າງ​ຈົບງາມ. ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - Qatar, ທ່ານ​ເອກ​ອັກຄະ​ລັດຖະທູດ​ຖື​ວ່າ: ການ​ພົວພັນ ຫວຽດນາມ - Qatar ​ໄດ້​ຮັບ​ການຮັກສາ ​ແລະ ພັດທະນາ​ອັນ​ດີງາມ, ປີ 2015 ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ ກໍ່​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່ ​ສ້າງກາລະ​ໂອກາດການ​ຮ່ວມ​ມືຫລາຍ​ຢ່າງ ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ​ເສດ​ຖະກິດ, ການ​ຄ້າ, ວັດທະນະທຳ, ກິ​ລາ…ທ່ານ​ເອກ​ອັກຄະ​ລັດຖະທູດ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ທີ່​ສຸດ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ​ເວົ້າ​ລວມ ​ແລ​ະ ຄະນະ​ຕິດຕໍ່ປະຊາ​ຄົມ​ເວົ້າ​ສະ​ເພາະ​ເຂົ້າ​ໃນ​ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ຢ່າງ​ຈົບງາມ.

ຂ່າວ/ບົດ​ອື່ນ