ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ຟ້າມກວາງຟອງ (ເບື້ອງຂວາ)
|
(vovworld) – ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ຫາກໍ່ໄປຢ້ຽມຢາມຊາວປະມົງ ຫວຽດນາມ ພວມຖືກກັກຂັງຢູ່ຄ້າຍກັກຂັງ Miri ຂຶ້ນກັບລັດ Sarawak, ທາງພາກຕາເວັນອອກ ມາເລເຊຍ. ປະຈຸບັນ, ມີຊາວປະມົງ ຫວຽດນາມ 86 ຄົນພວມຖືກກັກຂັງຢູ່ຄ້າຍນີ້. ຄະນະປະຕິບັດງານໄດ້ເຮັດວຽກກັບຄະນະອຳນວຍການຄ້າຍກັກຂັງກ່ຽວກັບມາດຕະການເພື່ອສົ່ງຊາວປະມົງ 57 ຄົນກັບເມືອປະເທດກ່ອນບຸນປີໃໝ່ປະຈຳຊາດປີວອກ 2016. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ, ໄດ້ມອບຂອງຂວັນບຸນເຕັດໃຫ້ຊາວປະມົງທັງໝົດ.
ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ສະເໜີໃຫ້ບັນດາອົງການກ່ຽວຂ້ອງຊຸກຍູ້ວຽກງານໂຄສະນາເຜີຍແຜ່ໃນໝູ່ປະຊາຊົນກ່ຽວກັບການປະຕິບັດກົດໝາຍສາກົນ, ກົດໝາຍ ຫວຽດນາມ, ຍ້ອນຊາວປະມົງ ຫວຽດນາມ ສ່ວນຫຼາຍຍັງຂາດຄວາມຮູ້ກ່ຽວກັບກົດໝາຍດັ່ງນັ້ນພາໄປເຖິງເລື່ອງລ່ວງລະເມີດເຂດທະເລຂອງປະເທດອື່ນໃນວິວັດການຫາປາຢູ່ໃກຝັ່ງ.