ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມເຫດການເຂັ່ນຂ້າຢູ່ຊີຣີ

ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມເຫດການເຂັ່ນຂ້າຢູ່ຊີຣີ  - ảnh 1
(ພາບ:vietbao.vn)

( vovworld ) –   ລັດຖະບານ​ຊີຣີ ຢັນ​ຢັນ​ວ່າ “ບໍ່​ກ່ຽວ​ຂ້ອງ​ເຖິງ​ເຫດການ​ເຂັ່ນ​ຂ້າ“ ສາມັນຊົນ​ກ່ວາ 90 ຄົນ ຢູ່​ບ້ານ Houla  ມໍ່​ກັບ​ນະຄອນ Homs ທາງ​ພາກ​ກາງຂອງ​ປະ​ເທດ​ຊີຣີ ​ເມື່ອ​ວັນ​ທີ 25/5. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 27/5, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ Jihad al Makdissi ​ໄດ້​ກ່າວ​ຜູກ​ໂທດ​ບັນດາ​ກຸ່ມ​ຫົວ​ຮຸນ​ແຮງ  ທີ່​ໄດ້​ເຮັດ​ໃຫ້​ເກືອບ 100 ຄົນ​ເສຍ​ຊີວິດ ພ້ອມ​ທັງ​ໃຫ້​ຮູ້​ວ່າ: ລັດຖະບານ​ຊີຣີ ​ໄດ້​ເປີດ​ການ​ສືບສວນ​ເພື່ອ​ຊອກ​ຮູ້​ສາຍ​ເຫດ​ຂອງ​ເຫດການ​ດັ່ງກ່າວ. ຄາດ​ວ່າ ໝາກຜົນ​ການ​ສືບສວນ​ຈະ​ຖືກ​ປະກາດ​ໃນ 2,3 ມື້​ທີ່​ຈະ​ມາ​ເຖິງ. ທ່ານ Makdissi ກໍ​ໃຫ້​ຮູ້​ວ່າ ທ່ານ Kofi Annan ທູດ​ພິ​ເສດ​ລວມຂອງ ສະຫະ​ປະຊາ​ຊາດ -ສະຫະພັນ​ອາຣັບ (AL) ​ໄດ້​ໄປ​ຊີຣີ ​ໃນ​ວັນ​ທີ 28/5 ​ເພື່ອ​ປຶກສາ​ຫາລື​ກັບ​ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ​ປະ​ເທດ​ນີ້ກ່ຽວ​ກັບມາດ​ຕະການ​ໃຫ້​ແກ່​ສະພາບ​ການ​ຢູ່​ຊີຣີ ​ໃນ​ປະຈຸ​ບັນ.

    ວັນ​ທີ 28/5, ສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ  ​ໄດ້​ອອກ​ຖະ​ແຫຼ​ງການ ກ່າວ​ປະນາມ​ເຫດການ​ເຂັນ​ຂ້າ​ທີ່​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 116 ຄົນ​ເສຍ​ຊີວິດ ​ແລະ ອີກ 300 ຄົນ​ຖືກ​ບາດ​ເຈັບ ທີ່​ຫາ​ກໍ່​ເກີດ​ຂຶ້ນ​ຢູ່​ເທດສະບານ​ເມືອງ Houla ທາງ​ພາກ​ກາງ​ຊີຣີ. ກຳມະການສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ 15 ທ່ານ ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ຄຳ​ຮຽກຮ້ອງ​ໃຫ້​ລັດຖະບານ​ຊີຣີ ຈົ່ງ​ຢຸດຕິ​ການ​ນຳ​ໃຊ້​ອາວຸດ​ປະ​ເພດ​ໜັກ​ຢູ່​ບັນດາ​ນະຄອນ​ໃຫ່ຍ ມີ​ປະຊາຊົນ​ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼາຍ, ຈົ່ງ​ຖອນ​ທະຫານ ​ແລະ ອາວຸດ​ປະ​ເພດ​ໜັກ​ອອກ​ຈາກ​ບັນດາ​ນະຄອນ​ໃຫ່ຍ. ຖະ​ແຫຼ​ງການ​ຂອງສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ ​ເນັ້ນຫນັກ​ວ່າ: ມີ​ບັນດາ​ພະຍານ​ຫຼັກ​ຖານ​ໃຫ້​ເຫັນ​ວ່າ, ການ​ບຸກ​ໂຈມ​ຕີ​ທີ່​ຜ່ານ​ມາ ມີ​ການ​ກ່ຽວ​ຂ້ອງ​ເຖິງເຫດການ​ຍິງ​ປືນໃຫ່ຍ ​ແລະ ຍິງ​ຈາກ​ລົດ​ຖັງ​ຂອງ​ລັດຖະບານ​ຊີຣີ. ສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ  ​ໄດ້​ຢ້ຳຄືນ​ວ່າ: ບັນດາຝ່າຍ​ປະ​ທະ​ກັນ​ຢູ່​ຊີຣີ ຕ້ອງ​ຢຸດຕິທຸກໆ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ ພ້ອມ​ທັງ​ໃຫ້​ທ່ານ​ເລຂາທິການ​ໃຫ່ຍ ສະຫະ​ປະຊາ​ຊາດ ​ແລະ ພັກຝ່າຍສະຫະ​ປະຊາ​ຊາດ ຢູ່​ຊີຣີ ສືບ​ຕໍ່​ສືບສວນ​ ​ແລະ ລາຍ​ງານ​ກ່ຽວ​ກັບ​ບັນດາ​ເຫດການ​ບຸກ​ໂຈມ​ຕີ​ດັ່ງກ່າວ​​ໃຫ້​ແກ່ສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ