ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມເຫດບຸກໂຈມຕີເລັ່ງໃສ່ກຳລັງຮັກສາສັນຕິພາບຢູ່ ມາລີ

(VOVWORLD) - ວັນທີ 3 ເມສາ ສະພາຄວາມໝັ້ນຄົງ ສປຊ ໄດ້ກ່າວປະນາມເຫດບຸກໂຈມຕີເລັ່ງໃສ່ປ້ອມກຳລັງຮັກສາສັນຕິພາບ ສປຊ ຢູ່ Aguelhok, ເຂດ Kidal ຂອງມາລີ ເຮັດໃຫ້ພົນທະຫານຮັກສາສັນຕິພາບ ຂອງ ສ. Chad ເສຍຊີວິດ ແລະ ອີກ 19 ຄົນຖືກຮັບບາດເຈັບ.
ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມເຫດບຸກໂຈມຕີເລັ່ງໃສ່ກຳລັງຮັກສາສັນຕິພາບຢູ່ ມາລີ - ảnh 1ພົນທະຫານກຳລັງຮັກສາສັນຕິພາບຂອງ ສປຊ ພວມປະຕິບັດຫນ້າທີ່ຢູ່ ມາລີ (ພາບ:AFP/TTXVN)
 

ໃນແຈ້ງການສື່ມວນຊົນ, ບັນດາປະເທດກຳມະການ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຄວາມເຫັນອົກເຫັນໃຈມາຍັງຄອບຄົວຜູ້ປະສົບເຄາະຮ້າຍ ກໍຄື ສຳລັບ ສ. Chad ແລະ ຄະນະຮັກສາສັນຕິພາບຂອງ ສປຊ ຢູ່ ມາລີ. ບັນດາສະມາຊິກ ສະພາຄວາມໝັ້ນຄົງ ຮຽກຮ້ອງລັດຖະບານປ່ຽນຜ່ານຂອງ ມາລີຕ້ອງປະຕິບັດການສືບສວນເຫດບຸກໂຈມຕີໃນທັນທີ ແລະ ນຳຜູ້ກໍ່ເຫດມາພິພາກສາ.

ຕອບກັບ

ຂ່າວ/ບົດ​ອື່ນ