ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ດ່ວນ​ຕໍ່​ໜ້າ​ສະ​ພາບ​ການຄວາມ​ເຄັ່ງ​ຕຶງ​ປິນ​ຂັ້ນ​ໄດຢູ່ Jerussalem ຕາ​ເວັນ​ອອກ

(VOVWORLD) -ວັນທີ 10 ພຶດສະພາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມດ່ວນກ່ຽວກັບສະພາບການຕາເວັນອອກກາງ, ລວມມີບັນຫາປາແລັດສະຕິນ ຍ້ອນບັນດາການຜັນແປຄວາມເຄັ່ງຕຶງ ຢູ່ Jerussalem ຕາເວັນອອກໃນຊຸມວັນມໍ່ໆມານີ້. 
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ດ່ວນ​ຕໍ່​ໜ້າ​ສະ​ພາບ​ການຄວາມ​ເຄັ່ງ​ຕຶງ​ປິນ​ຂັ້ນ​ໄດຢູ່ Jerussalem ຕາ​ເວັນ​ອອກ - ảnh 1, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ສະແດງໃຫ້ເຫັນຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ ຢູ່ Jerussalem ຕາເວັນອອກ, ທ່ານຖືວ່າ ຖ້າບໍ່ມີບາດກ້າວຢ່າງລະອຽດ, ບັນດາຄວາມເຄັ່ງຕຶງໃນປັດຈຸບັນອາດຈະເພີ່ມຂຶ້ນ ແລະ ການໃຊ້ຄວາມຮຸນແຮງອາດກັບຄືນມາໃນເວລາໃດໜຶ່ງ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນເລື່ອງ ກ່າວປະນາມທຸກການກະທຳໃຊ້ຄວາມຮຸນແຮງ ແລະ ການນຳໃຊ້ອາວຸດທີ່ບໍ່ຈຳເປັນ ຊຶ່ງເລັ່ງໃສ່ສາມັນຊົນ, ຮຽກຮ້ອງໃຫ້ທຸກຝ່າຍຈົ່ງອົດກັ້ນຫຼີກລ້ຽງທຸກການກະທຳ ກໍ່ຄືມີຄຳເວົ້າທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.

ທ່ານ ດັ້ງດິ່ງກຸ໊ຍກໍ່ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ປັດຈຸບັນມີຊາວປາແລັດສະຕິນ ປະມານ 970 ຄົນ ທີ່ມີຄວາມສ່ຽງຈຳເປັນຕ້ອງ ປະລະເຮືອນຊານຢູ່ Jerussalem ຕາເວັນອອກ, ຮຽກຮ້ອງໃຫ້ຢຸດຕິທຸກການກະທຳລະເມີດກົດໝາຍສາກົນ ແລະ ພັດທະນມະນຸດສະທຳ. ຫວຽດນາມ ຮຽກຮ້ອງລັດຖະລານ ອິດສະລາແອນ ເຄົາລົບບັນດາສິດທິຂອງຊາວ ປາແລັດສະຕິນຢູ່ຝັ່ງຕາວັນຕົກແມ່ນ້ຳຈໍແດນຢ່າງຄົບຖ້ວນ, ໃນນັ້ນມີ Jerussalem ຕາເວັນອອກ, ສຳລັບບັນດາການເຄື່ອນໄຫວທາງສາສະໜາ ແລະ ວັດທະນະທຳທີ່ເປັນມູນເຊື້ອ.

ກອງປະຊຸມໄດ້ດຳເນີນໃນສະພາບການການປະທະກັນ, ການໃຊ້ຄວາມຮຸນແຮງປິນຂັ້ນໄດຢູ່ Jerussalem ຕາເວັນອອກ ໃນວັນທີ 10 ພຶດສະພາ ເມື່ອອິດສະລາແອນ ດຳເນີນບັນດາເຫດບຸກໂຈມຕີທາງອາກາດ ທີ່ເລັ່ງໃສ່ບັນດາເປົ້າໝາຍການທະຫານຢູ່ ເຂດ Gaza.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ