ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ປະ​ກອບ​ອາ​ວຸດ​ນາໆ​ຊາດ ໄປ​ຍັງ ໄຮ​ຕີ

(VOVWORLD) -  13 ປະເທດໃນຈຳນວນ 15 ປະເທດ ສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ປ່ອນບັດສະໜັບສະໜູນມະຕິວ່າດ້ວຍການການຜັນຂະຫຍາຍກຳລັງປະກອບອາວຸດນາໆຊາດໄປຍັງ ໄຮຕີ, ມີແຕ່ ລັດເຊຍ ແລະ ຈີນ ປ່ອນບັດຂາວ. 
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ປະ​ກອບ​ອາ​ວຸດ​ນາໆ​ຊາດ ໄປ​ຍັງ ໄຮ​ຕີ - ảnh 1ພາບປະກອບ: AP

ວັນທີ 2 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ໄດ້ອະນຸຍາດ ໃຫ້ຈັດຕັ້ງການຜັນຂະຫຍາຍກຳລັງປະກອບອາວຸດນາໆຊາດໄປຍັງ Haiti ໃນສະພາບການປະເທດນີ້ພວມປະເຊີນໜ້າກັບສະພາບການໃຊ້ຄວາມຮຸນແຮງ ລະຫວ່າງພັກຝ່າຍ ແລະ ເຮັດໃຫ້ສະພາບການເມືອງຖືກ ຢຸດສະຫງັກ. ຂໍ້ຕົກລົງຂອງສະພາຄວາມໝັ້ນຄົງ ສປຊ ໄດ້ຍົກອອກມາພາຍຫຼັງທ່ານນາຍົກລັດຖະມົນຕີ ໄຮຕີ,  Ariel Henry ໄດ້ຮຽກຮ້ອງການໜູນຊ່ວຍດ້ານການທະຫານເປັນຫຼາຍຄັ້ງ ເພື່ອແນໃສ່ສ້າງຄວາມເປັນລະບຽບຮຽບຮ້ອຍການຢູ່ປະເທດນີ້ຄືນໃໝ່. 13 ປະເທດໃນຈຳນວນ 15 ປະເທດ ສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ປ່ອນບັດສະໜັບສະໜູນມະຕິວ່າດ້ວຍການການຜັນຂະຫຍາຍກຳລັງປະກອບອາວຸດນາໆຊາດໄປຍັງ ໄຮຕີ, ມີແຕ່ ລັດເຊຍ ແລະ ຈີນ ປ່ອນບັດຂາວ. ເຖິງວ່າ ໄດ້ຮັບຮອງເອົາຈາກສະພາຄວາມໝັ້ນຄົງ ສປຊ ແລ້ວກໍ່ຕາມ ແຕ່ກຳລັງນີ້ຈະບໍ່ແມ່ນ ສປຊ ຄວບຄຸມ ເຊິ່ງຄ່າດວ່າ ຈະຖືກນຳໜ້າໂດຍ Kenya  ເຊິ່ງແມ່ນປະເທດໃຫ້ຄຳໝັ້ນສັນຍາຈະປະກອບພະນັກງານຕຳຫຼວດ 1000 ຄົນໃຫ້ແກ່ກຳລັງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ