ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ ຊີຣີ ຢຸດຕິ ການໃຊ້ຄວາມຮຸນແຮງ

ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ ຊີຣີ ຢຸດຕິ ການໃຊ້ຄວາມຮຸນແຮງ - ảnh 1
ສະພາຄວາມໝັ້ນຄົງ ສປຊ
ພາບປະກອບ: Internet


(vovworld) - ວັນ​ທີ 4/4 ຖະ​ແຫລ​ງການ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ (ສປຊ) ​ໂດຍ​ອາ​ເມ​ລິ​ກາ​ຮຽບຮຽງ ​ໄດ້​​ເປັນ​ການເພີ່ມ​ກຳລັງ​ດັນ​ຕໍ່ ຊີ​ຣີ ດ້ວຍ​​ເລື່ອງ​ຮຽກຮ້ອງ​ໃຫ້​ປະ​ເທດ​ນີ້ ຕ້ອງ​ປະຕິບັດ​​ຢຸດຕິ​ບັນດາ​​​ການໃຊ້​ຄວາມ​ຮຸນ​ແຮງ ​ແລະ ຖອນ​ທະຫານ​ອອກ​ຈາກ​ນະຄອນ​ທີ່​ມີ​ພົນລະ​ເມືອງ​ຄັບ​ຄາ​ຫນາ​ແຫນ້ນ​ໃນ​ວັນ​ທີ 10/4 ນີ້. ຕາມ​ບັນດາ​ນັກ​ການ​ທູດ ສປຊ ​ແລ້ວ, ຖະ​ແຫລ​ງການ​ນີ້ ຈະ​ໄດ້ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໃນ​ວັນ​ທີ 5/4. ສະພາ​ຄວາມ​ໝັ້ນຄົງ ສປຊ ກໍ​ຮຽກຮ້ອງ​ໃຫ້​ລັດຖະບານ ຊີ​ຣີ ຈົ່ງ​ຜັນ​ຂະຫຍາຍ​ພົນທະຫານ​ໄປ​ຍັງ​ໃຈກາງ​ເຂດ​ຊຸມ​ຊົນ​ຢ່າງ​ເປັນ​ທາງ​ການ, ຢຸດຕິ​ການ​ນຳ​ໃຊ້​ອາວຸດ​ຫນັກ. ສະພາ​ຄວາມ​ໝັ້ນຄົງ ສປຊ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ, ​ໃນ​ນັ້ນ ມີ​ກຳລັງ​ຝ່າຍ​ຄ້ານ, ຢຸດຕິ​ບັນດາ​ກໍລະນີ​ໃຊ້​ອາວຸດ​ໃນ​ຮອບ​ເວລາ 48 ຊົ່ວ​ໂມງ ​ເພື່ອ​ໃຫ້​ລັດຖະບານ ຊີ​ຣີ ປະຕິບັດ​ບັນດາ​ມາດ​ຕະການ​ດັ່ງກ່າວ.

Minh Hien ນັກ​ຂ່າວ VOV ປະຈຳ​ອາ​ເມ​ລິ​ກາ

ຕອບກັບ

ຂ່າວ/ບົດ​ອື່ນ