ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໂຮມ​ປະ​ຊຸມ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ

(VOVWORLD) - ສະໜັບສະໜູນມາດຕະການຄົງຕົວທັງສອງລັດ ເພື່ອແກ້ໄຂການປະທະກັນ. ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad Al – Maliki ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງມີການກະທຳຫຼາຍກວ່າອີກ, ເພື່ອບັງຄັບໃຫ້ ອິດສະຣາແອັນ ຕ້ອງມີຄວາມຮັບຜິດຊອບຕໍ່ການກະທຳປົກຄອງເຂດດິນແດນຂອງ ປາແລັດສະຕິນ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ທາງທິດຕາເວັນອອກ Jerusalem.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໂຮມ​ປະ​ຊຸມ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ - ảnh 1ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືກ່ຽວກັບບັນຫາສັນຕິພາບຢູ່ຕາເວັນອອກກາງ (ພາບ: ສປຊ)

ວັນທີ 25 ເມສາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນການປຶກສາຫາລືກ່ຽວກັບການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ. ທີ່ກອງປະຊຸມ, ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ຢຸດຕິການຢຶດຄອງຂອງ ອິດສະຣາແອັນ ສຳລັບເຂດດິນແດນ ປາແລັດສະຕິນ, ລວມທັງບັນດາເຂດຕັ້ງຖິ່ນຖານທີ່ລະເມີດກົດໝາຍ, ພ້ອມທັງຢັ້ງຢືນວ່າ ສະໜັບສະໜູນມາດຕະການຄົງຕົວທັງສອງລັດ ເພື່ອແກ້ໄຂການປະທະກັນ. ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad Al – Maliki ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງມີການກະທຳຫຼາຍກວ່າອີກ, ເພື່ອບັງຄັບໃຫ້ ອິດສະຣາແອັນ ຕ້ອງມີຄວາມຮັບຜິດຊອບຕໍ່ການກະທຳປົກຄອງເຂດດິນແດນຂອງ ປາແລັດສະຕິນ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ທາງທິດຕາເວັນອອກ Jerusalem. ກໍຢູ່ທີ່ກອງປະຊຸມ, ທູດພິເສດ ສປຊ ຮັບຜິດຊອບວິວັດການສ້າງສັນຕິພາບ ຢູ່ ຕາເວັນອອກກາງ Tor Wennesland ຮຽກຮ້ອງໃຫ້ ປາແລັດສະຕິນ ແລະ ອິດສະຣາແອັນ ຈົ່ງຄວບຄຸມທຸກການກະທຳທີ່ອາດຈະເຮັດໃຫ້ການໃຊ້ຄວາມຮຸນແຮງເພີ່ມຂຶ້ນ ແລະ ສະກັດກັ້ນຄວາມມານະພະຍາຍາມບັນລຸໄດ້ມາດຕະການແກ້ໄຂການປະທະກັນໂດຍສັນຕິວິທີ.


ຕອບກັບ

ຂ່າວ/ບົດ​ອື່ນ