ສະພາຄວາມໝັ້ນຄົງສປຊຮຽກຮ້ອງຝ່າຍຕ່າງໆຢູ່Yemenສາມັກຄີກັນ

ສະພາຄວາມໝັ້ນຄົງສປຊຮຽກຮ້ອງຝ່າຍຕ່າງໆຢູ່Yemenສາມັກຄີກັນ - ảnh 1

ຄະນະລັດຖະບານYemen
( ພາບ: AFP/TTXVN)

(vovworld) - ວັນ​ທີ 8/11, ສະພາ​ຄວາມ​ໝັ້ນຄົງ​ ສປຊ ​ໄດ້​ຊົມ​ເຊີຍ​ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່​ຢູ່ Yemen , ພ້ອມ​ທັງ​ຮຽກຮ້ອງ​ຝ່າຍ​ຕ່າງໆ ​ແລະ ກຳລັງ​ການ​ເມືອງ​ຢູ່​ປະ​ເທດ​ນີ້​ສາມັກຄີ​ກັນ​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ປະທານາທິບໍດີ Abdu Rabbo Mansour Hadi ​ແລະ ນາຍົກລັດຖະມົນຕີ Khaled Bahah ພ້ອມ​ກັບ​ຄະນະ​ລັດຖະບານ​ໃໝ່ ​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ໃຫ້​ແກ່​ປະ​ເທດ​ຊາດ.

        ​ໃນ​ວັນ​ດຽວ​ກັນ, ຂ້າ​ຫຼວງ​ໃຫຍ່​ຮັບຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (EU) Federica Mogherini ກໍ່​ໄດ້​ຢືນຢັນ​ວ່າ ​ເລື່ອງ​ສ້າງ​ຕັ້ງ​ລັດຖະບານ​ໃໝ່​ຢູ່ Yemen ​ແມ່ນ​ບາດກ້າວ​ເດີນ​ທີ່​ສຳຄັນ​ໃນ​ຄວາມ​ມານະ​ພະຍາຍາມ​ປະຕິບັດ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ ​ເພື່ອ​ແນ​ໃສ່​ກ້າວ​ໄປ​ເຖິງ​ການ​ປະຕິບັດ​ສຳ​ເລັດ​ວິວັດ​ການ​ຂ້າມ​ຜ່ານ​ຢູ່​ປະ​ເທດ​ນີ້. ຕາມ​ທ່ານ​ນາງ Mogherini ​ແລ້ວ, ປະຈຸ​ບັນ​ແມ່ນ​ຈຸດ​ເວລາ​ທີ່​ສຳຄັນ ​ເພື່ອ​ໃຫ້​ບັນດາ​ກຳລັງ​ການ​ເມືອງ​ຢູ່ Yemen ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ເພື່ອ​ແນ​ໃສ່​ສະໜັບສະໜູນ​ລັດຖະບານ​ໃໝ່​ປະຕິບັດ​ການ​ປະຕິ​ຮູບ​ທີ່​ມີ​ລັກສະນະ​ຕັດສິນ, ​ແນ​ໃສ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ Yemen ທຸກ​ຄົນ, ຍົກ​ສູງ​ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ ​ແລະ ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

 

ຂ່າວ/ບົດ​ອື່ນ