ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມລັບ ກ່ຽວກັບສະພາບການຢູ່ຊີຣີ

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມລັບ ກ່ຽວກັບສະພາບການຢູ່ຊີຣີ - ảnh 1
ທ່ານ​ນາງ Susan Rice, ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ການ ປະຈຳ ສະຫະ​ປະຊາ​ຊາດ ກ່າວຄຳເຫັນທີກອງປະຊຸມ
(ພາບ: AFP)

(vovworld) - ວັນ​ທີ 30/5, ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັບ ກ່ຽວ​ກັບ​ສະພາບ​ການ​ຢູ່ ຊີຣີ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ​ກອງປະຊຸມ​​ສິ້ນ​ສຸດ​ລົງ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ບໍ່​​ສາມາດຍົກ​ອອກ​ຂໍ້​ຕົກລົງ​ລະອຽດ​ໃດໆ ​ຍ້ອນ ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່ກ່ຽວຂ້ອງ​ເຖິງ​ບັນດາ​ບາດກ້າວ​ຕໍ່​ໄປ ​ເພື່ອ​​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ຢູ່​ປະ​ເທດ ຕາ​ເວັນ​ອອກ​ກາງ​ນີ້, ພິ​ເສດ​​ແມ່ນ​ໃນ​ບັນ​ຫາ​ລົງ​ໂທດ Damascus. ທີ່​ກອງ​ປະຊຸມ, ທ່ານ Kofi Annan, ທູດ​ພິ​ເສດ​ສາກົນ ກ່ຽວ​ກັບ ຊີຣີ ຖື​ວ່າ: ວິ​ກິດ​ການ​ທີ່​ແກ່ຍາວ​ກ່ວາ 1 ປີ ຢູ່​ປະ​ເທດ​ນີ້ ອາດ​ຈະ​ກາຍ​ເປັນ “​ເສີກ​ກາງ​ເມືອງ​ຢ່າງຮອບດ້ານ” ຖ້າ​ຫາກ​ວ່າ ອຳນາດ​ການ​ປົກຄອງ​ ຊີຣີ ​ແລະ ຝ່າຍ​ຄ້ານ​ທີ່ປະກອບ​ອາວຸດ ບໍ່​ດ​ຳ​ເນີນ​ບັນດາ​ການ​ເຈລະຈາ​ທາງ​ດ້ານ​ການ​ເມືອງ​ຢ່າງ​ລະອຽດ. ທ່ານ​ນາງ Susan Rice, ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ການ ປະຈຳ ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ເຕືອນ​ວ່າ: ຖ້າ​ຫາກ​​ແຜນການ​ສັນຕິພາບ ​ຂອງ​ທ່ານ Annan ຖືກປະລາ​ໄຊ, ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ ຢູ່ ຊີຣີ ຈະ​ປິນຂັ້ນ​ໄດ ​ແລະ ​ແຜ່​ລາມ​ອອກຢ່າງ​ກ້ວາງ​ແຂວງ​ໃນ​ທົ່ວ​ພາກ​ພື້ນ. ອາ​ເມ​ລິ​ກາ ​ແລະ ສຳພັນ​ທະມິດອາດ​ຈະ​ຊັ່ງຊາ “ການ​ກະທຳ” ບໍ່​ກ່ຽວຂ້ອງ​ເຖິງ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ