ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ​ກ່າວ​ປະນາມ​ຢ່າງຮຸນແຮງ​ບັນດາ​ເຫດ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ສປປ.​ເກົາຫຼີ

ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ​ກ່າວ​ປະນາມ​ຢ່າງຮຸນແຮງ​ບັນດາ​ເຫດ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ສປປ.​ເກົາຫຼີ - ảnh 1
(ພາບປະກອບ)

 

(vovworld) - ​​ ​ ​ ວັນ​ທີ 06/09 ບັນດາ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ທັງ​ໝົດ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ຮັບຮອງ​ເອົາ​ຖະ​ແຫຼ​ງການ​ກ່າວ​ປະນາມ​ຢ່າງ​ແຮງບັນດາ​ເຫດ​ທົດ​ລອງ​ລູກ​ສອນ​ໄຟ​ຄັ້ງ​ຫລ້າ​ສຸດ​ຂອງ ສປປ.​ເກົາຫຼີ. ຖະ​ແຫຼ​ງການພ້ອມ​ທັງນາບ​ຂູ່​ວ່າຈະ​ມີ “ບັນດາ​ມາດ​ຕະການຂັ້ນ​ຕໍ່​ໄປ” ສຳລັບ​ ພຽງຢາງ. ຖະ​ແຫຼ​ງການ​ໃຫ້​ຂໍ້​ສັງ​ເກດ​ວ່າ​ ​ການ​ເຄື່ອນ​ໄຫວ​ທົດ​ລອງ​ລູກ​ສອນ​ໄຟ​ ຄື​ແນວ​ນັ້ນ ​ແມ່ນປະກອບ​ສວ່ນ​ເຂົ້າ​ວິວັດ​ການ​ພັດທະນາ​ບັນດາ​ລະບົບ​ຕິດອາ​ວຸດ​ນິວ​ເຄຼຍຂອງ ສປປ.​ເກົາຫຼ ​ແລະ ີ ​ເຮັດ​ໃຫ້​ຄວາມ​ເຄ່ັງ​ຕຶງ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ. ກ່ອນ​ທີ່​ດຳ​​ເນີນ​ກອງ​ປະຊຸມ​ລັບ​ຂອງ​ສະພາ​ຄວາມ​ໝັ້ນຄົງ, ຜູ້ຕາງໜ້າ​ຂອງ ຝະລັ່ງ ​ແລະ ຍີ່ປຸ່ນ ​ໄດ້​ກະຕຸກ​ຊຸກຍູ້​ອົງການ​ນີ້ ຕ້ອງ​ມີ​ສານ​ທີ່ແຂງ​ແຮງ ​ແລະ ຈະ​ແຈ້ງ​ສຳລັບ ພຽງ​ຢາງ.

        ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 05/09 ສປປ.​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ 3 ລູກ​ອອກ​ສູ່​​ເຂດທະ​ເລ​ທາງທິດ​ຕາ​ເວັນ​ອອກຂອງປະ​ເທດ​ນີ້. ຕາມ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫຼີ ​ແລ້ວ ນີ້​ແມ່ນ​ລູກ​ສອນ​ໄຟ Rodong ​ໄລຍະ​ກາງ ​ແລະ ມີ​ໄລຍະ​ຍິງ 1.000 ກມ.

ຂ່າວ/ບົດ​ອື່ນ