ສະພາຄວາມໝັ້ນຄົງສະຫະປະຊາຊາດຈະຈັດກອງປະຊຸມດ່ວນກ່ຽວກັບການບຸກໂຈມຕີຂອງ ອາເມລິກາ ເລັ່ງໃສ່ ອີຣັກ ແລະ ຊີຣີ

(VOVWORLD) -ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Stephane Dujarric ໂຄສົກຂອງເລຂາທິການໃຫຍ່ ສປຊ ຊີ້ແຈ້ງວ່າ: ທ່ານເລຂາທິການໃຫຍ່ Antonio Guterres ມີຄວາມເປັນຫ່ວງຕໍ່ຄວາມສ່ຽງ ຄວາມເຄັ່ງຕຶງອາດຈະເພີ່ມຂຶ້ນ. 
ສະພາຄວາມໝັ້ນຄົງສະຫະປະຊາຊາດຈະຈັດກອງປະຊຸມດ່ວນກ່ຽວກັບການບຸກໂຈມຕີຂອງ ອາເມລິກາ ເລັ່ງໃສ່ ອີຣັກ ແລະ ຊີຣີ - ảnh 1ການບຸກໂຈມຕີທາງອາກາດຢູ່ Mosul, ອີຣັກ ພາບ:  AFP/TTXVN

ສະພາຄວາມໝັ້ນຄົງສະຫະປະຊາຊາດຈະຈັດກອງປະຊຸມດ່ວນໃນຕອນບ່າຍວັນທີ 5 ກຸມພາ ຕາມເວລາ ອາເມລິກາ ກ່ຽວກັບການບຸກໂຈມຕີຂອງ ອາເມລິກາ ເລັ່ງໃສ່ ອີຣັກ ແລະ ຊີຣີ. ຕາມບັນດາແຫລ່ງຂ່າວແລ້ວ, ກອງປະຊຸມຈະປຶກສາຫາລືກ່ຽວກັບການບຸກໂຈມຕີ ໂດຍ ວໍຊິງຕັນ ປຸກລະດົມ ເພື່ອເລັ່ງໃສ່ບັນດາກຸ່ມປະກອບອາວຸດໃນພາກພື້ນ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Stephane Dujarric ໂຄສົກຂອງເລຂາທິການໃຫຍ່ ສປຊ ຊີ້ແຈ້ງວ່າ: ທ່ານເລຂາທິການໃຫຍ່ Antonio Guterres ມີຄວາມເປັນຫ່ວງຕໍ່ຄວາມສ່ຽງ ຄວາມເຄັ່ງຕຶງອາດຈະເພີ່ມຂຶ້ນ. ທ່ານເລັ່ງລັດ ບັນດາຝ່າຍກ່ຽວຂ້ອງຕ້ອງມີບາດກ້າວເດີນລະອຽດເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ພ້ອມທັງຄິດໄລ່ເຖິງຄວາມເສຍຫາຍກ່ຽວກັບຊີວິດອິນຊີ ແລະ ເສດຖະກິດຈາກການປະທະກັນທີ່ແຜ່ລາມອອກສູ່ວົງກວ້າງຢູ່ພາກພື້ນ.

ຖະແຫລງດັ່ງກ່າວໄດ້ຍົກອອກມາ ພາຍຫລັງ ທຳນຽບຂາວ ຢັ້ງຢືນ ວັນທີ 2 ກຸມພາ, ກອງທັບອາກາດ ອາເມລິກາ ໄດ້ເປີດບັນດາການບຸກໂຈມຕີໃສ່ 85 ຈຸດໝາຍຖືກສົງໃສວ່າກ່ຽວຂ້ອງເຖິງ ອີຣານ ຢູ່ ອີຣັກ ແລະຊີຣີ. ຕາມທ່ານ John Kirby, ໂຄສົກສະພາປ້ອງກັນຄວາມສະຫງົບແຫ່ງຊາດ ແລ້ວ, ການບຸກໂຈມຕີ ໂດຍມີການເຂົ້າຮ່ວມຂອງເຮືອບິນຖິ້ມລູກລະເບີດຍຸດທະສາດ B-1, ນຳໃຊ້ກວ່າ 125 ລູກປືນ.

ຕອບກັບ

ຂ່າວ/ບົດ​ອື່ນ