ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ຍົກອອກຖະແຫຼງການກ່ຽວກັບເຫດຍິງລູກສອນໄຟຂອງສປປເກົາຫຼີ

ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ຍົກອອກຖະແຫຼງການກ່ຽວກັບເຫດຍິງລູກສອນໄຟຂອງສປປເກົາຫຼີ - ảnh 1
ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ
(ພາບ: EPA/TTXVN)

(vovworld) - ວັນ​ທີ 03/08 ຕາມ​ຄວາມ​ຮຽກຮ້ອງ​ຂອງ ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ, ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ຈັດ​ຕັ້ງ​ກອງ​ປະຊຸມ​ດ່ວນປຶກສາ​ຫາລື ກ່ຽວ​ກັບ​​ເຫດ ສປປ.ເກົາຫຼີ ຍິງ​ລູດສອນ​ໄຟ​ນຳ​ວິຖີ​​ໄລຍະ​ກາງ Rodong ​ໃນ​ຕອນ​ເຊົ້າ​ວັນ​ທີ 03/08. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພາຍຫລັງ​ກອງ​ປະຊຸມ​ປິດ​ລັບ​ທີ່​ແກ່ຍາວ​​ເປັນ​ເວລາ 2 ຊົ່ວ​ໂມງ, ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ບໍ່​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບບັນຫາ​ນີ້​ໄດ້.

        ກ່າວ​ຄຳ​ເຫັນ​ທີ່​ພາຍຫລັງ​ກອງ​ປະຊຸມ, ທ່ານ Samantha Power  ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ສະຫະ​ປະຊາ​ຊາດ ຮຽກຮ້ອງ​ສະພາ​ຄວາມ​ໝັ້ນຄົງ​ຄວນ​ມີ “​ປະ​ຕິ​ກິລິຍາຢ່າງ​ວ່ອງ​ໄວ ​ແລະ ​​ແຮງ”, ພ້ອມ​ທັງ ຢືນຢັນ​ວ່າ: ​ເຫດ​ຍິງ​ລູກ​ສອນ​ໄຟ​ຂອງ ສປປ.​ເກົາຫຼີ ​ໃນ​ຄັ້ງ​ນີ້ ​ແມ່ນ​ໄພ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​​ເຖິງ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ. ກ່ອນ​ນັ້ນ ​ໃນ​ວັນ​ດຽວ​ກັນ, ທ່ານ Stephane Dujarric ​ໂຄສົກ​ຂອງ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki-moon ​ໃຫ້​ຮູ້​ວ່າ: ສະຫະ​ປະຊາ​ຊາດ “ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ” ຕໍ່​ບັນດາ​ເຫດ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ ສປປ.​ເກົາຫຼີ ​ໃນ​ໄລຍະ​ມໍ່​ມາ​ນີ້ ພ້ອມ​ທັງ ຮຽກ​ຮ້ອງ ພຽງ​ຢາງ ​ເອົາ​ໃຈ​ໃສ່​ເຖິງ​ຄຳ​ຮຽກ​ຮ້ອງ​ຂອງ​ປະຊາ​ຄົມ​ສາກົນ ປາດ​ຖະໜາ​ວ່າ ​ປະ​ເທດ​ນີ້ ຈະຢຸດຕິ​ບັນດາ​ການ​ກະທຳ​ເຮັດ​ໃຫ້ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນເພີ່ມ​ຂຶ້ນ ​ແລະ ກັບ​ຄືນວິວັດທະນາ​ການ​ເຈລະຈາຢ່າງ​ເຂັ້ມ​ງວດ.

 

ຂ່າວ/ບົດ​ອື່ນ