ສະພາທະນາຍຄວາມຫວຽດນາມຄັດຕ້ານຈີນສືບຕໍ່ປີນຂັ້ນໄດ ກໍ່ຄວາມເຄັ່ງຕຶງຢູ່ເຂດນ່ານທະເລຂອງຫວຽດນາມ

ສະພາທະນາຍຄວາມຫວຽດນາມຄັດຕ້ານຈີນສືບຕໍ່ປີນຂັ້ນໄດ ກໍ່ຄວາມເຄັ່ງຕຶງຢູ່ເຂດນ່ານທະເລຂອງຫວຽດນາມ - ảnh 1
ສະພາ​ທະນາຍ​ຄວາມຫວຽດນາມ​ໄດ້​ຈັດການ​ປະຊຸມ​ຂ່າວ ຖະ​ແຫຼ​ງຄັດ​ຄ້ານ​ຈີນ​ສືບ​ຕໍ່​ປີນ​ຂັ້ນ​ໄດ ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ

(vovworld)- ຕອນ​ບ່າຍ​ວັນ​ທີ 25/6, ຢູ່​ຮ່າ​ໂນ້ຍ, ສະພາ​ທະນາຍ​ຄວາມຫວຽດນາມ​ໄດ້​ຈັດການ​ປະຊຸມ​ຂ່າວ ຖະ​ແຫຼ​ງຄັດ​ຄ້ານ​ຈີນ​ສືບ​ຕໍ່​ປີນ​ຂັ້ນ​ໄດ ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ. ທີ່​ການ​ປະຊຸມ​ຂ່າວ, ການ​ນຳສະພາ​ທະນາຍ​ຄວາມຫວຽດນາມ ​ໄດ້​ຕອບ​ຫຼາຍ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ​ໃນ​ນັ້ນ​ຢືນຢັນ​ວ່າ ຫວຽດນາມ​ພວມ​ຍຶດໝັ້ນ​ແກ້​ໄຂ​ບັນຫາ ​ທ​ະ​ເລ​ຕາ​ເວັນ​ອອກດ້ວຍ​ເສັ້ນ​ທາງສັນຕິພາບ. ​ໃນ​ກໍລະນີ​ທີ່​ການ​ຮ້ອງ​ຟ້ອງຕ້ອງ​ເປັນ​ໄປນັ້ນ, ​ແນ່ນອນ​ວ່າ ຫວຽດນາມ​ຈະ​ຮັບ​ໄຊຊະນະ​ເພາະ​ພວກ​ເຮົາ​ມີ​ຄວາມ​ເປັນ​ທຳ. ສະພາ​ທະນາຍ​ຄວາມຫວຽດນາມຄັດ​ຄ້ານຢ່າງ​ຮຸນ​ແຮງ​ເລື່ອງ​ຈີນ​ສືບ​ຕໍ່​ປີນ​ຂັ້ນ​ໄດ ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ. ພ້ອມ​ກັນ​ນັ້ນ ກໍ​ຢືນຢັນ​ວ່າ ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ບັນດາ​ການ​ກະທຳ​ຂອງ​ຈີນ​ຢູ່​​ທ​ະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແມ່ນການ​ກະທຳ​ໃຊ້​ກຳລັງ​ອາວຸດ, ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ​ຫວຽດນາມ​ຢ່າງ​ຮ້າຍ​ແຮງ, ລ່ວງ​ລະ​ເມີດ​ສິດທິ​ມະນຸດ, ບໍ່​ຫົວ​ຊາ​ຕໍ່​ກົດ​ບັດ​ສ.ປ.ຊ, ກົດໝາຍ​ສາກົນ​ດ ພິ​ເສດ​ແມ່ນ​ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ສະພາ​ທະນາຍ​ຄວາມຫວຽດນາມຮຽກຮ້ອງ​ຝ່າຍ​ຈີນ​ຈົ່ງ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ, ຢຸດຕິບັນດາການ​ກະທຳ​ໃຊ້​ກຳລັງ​ອາວຸດ, ນາບ​ຂູ່​ຊີວິດ​ອີນຊີ​ຂອງ​ພົນລະ​ເມືອງ​ຫວຽດນາມ ​ແລະ ບັນດາ​ກຳລັງ​ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມ, ບໍ່​ຄວນ​ມີການ​ກະທຳຄ້າຍຄື​ກັນ​ຢູ່​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ຈົ່ງ​ເຄົາລົບ​ກົດໝາຍ​ສາກົນ.

   ຕອບ​ສຳພາດ​ນັກ​ຂ່າວ​ກ່ຽວ​ກັບກາລະ​ໂອກາດຮ້ອງ​ຟ້ອງ​ຈີນ ຂະນະ​ທີ່​ລັດຖະບານຫວຽດນາມ​ຫາ​ກໍ​ເຊັນ​ສັນຍາ​ກັບ​ສານ​ກຳມະການ​ສາກົນ (PCA)  ​, ທ່ານ ຫງວຽນ​ວັນ​ກວຽນ ຮອງ​ປະທານສະພາ​ທະນາຍ​ຄວາມຫວຽດນາມ​ໃຫ້​ຮູ້​ວ່າ :

   “ສານ​ກຳມະການ​ສາກົນ (PCA) ​ແມ່ນ​ແຫ່ງ​​ເພື່ອ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງສາກົນ​ຊຶ່ງ​ຟີ​ລິບ​ປິນພວມ​ນຳ​ໃຊ້. ຫວຽດນາມ​ໄດ້​ເຂົາ​ເປັນ​ສະມາຊິກສານ​ກຳມະການ​ສາກົນ (PCA) ​ແລະ ນີ້​ແມ່ນ​ບາດກ້າວ​ກະກຽ​ມ​ໂດຍ​ໄວ, ດັ່ງ​ນັ້ນ​ຖ້າ​ຫາກ​ເຫັນ​ມີ​ຄວາມ​ຈຳ​ເປັນ​ນັ້ນ, ​ເຮົາ​ກໍ​ສາມາດ​ນຳ​ຂຶ້ນ​ສານ​ນີ້​ເພື່ອ​ຮ້ອງ​ຟ້ອງ ຄື​ດັ່ງ​ຫຼາຍ​ປະ​ເທດ​ໄດ້​ດຳ​ເນີນ”.

ຂ່າວ/ບົດ​ອື່ນ