ສະພາບການຊາວລີ້ໄພຢູ່ອາຟຣິກາຕາເວັນອອກພວມຕົກຢູ່ໃນລະດັບເຕືອນໄພ

ສະພາບການຊາວລີ້ໄພຢູ່ອາຟຣິກາຕາເວັນອອກພວມຕົກຢູ່ໃນລະດັບເຕືອນໄພ - ảnh 1
(ພາບປະກອບ / TTXVN)

(vovworld) - ຜູ້ຕາງໜ້າ​ສຳນັກງານ​ຂ້າ​ຫລວງ​ໃຫຍ່​​ສະຫະ​ປະຊາ​ຊາດ​ດ້ານ​ອົບ​ພະຍົບ (UNHCR) ຢູ່​ເຂດ​ຕາ​ເວັນ​ອອກ - ອາ​ຟຣິກາ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ທ່ານ​ນາງ Victoria Akyeampong ກ່າວ​ເຕືອນວ່າ: ສະພາບ​ການ​ຊາວ​ລີ້​ໄພ​ຢູ່​ເຂດ​ນີ້ ພວມ​ຕົກ​ຢູ່​ໃນ​ລະດັບ​ເຕືອນ​ໄພ. ວັນ​ທີ 26/03, ກ່າວ​ຄຳ​ເຫັນ​ທີ່​ການ​ຢ້ຽມຢາມ​ສຳນັກງານ​ປະຊາ​ຄົມ​ອາ​ຟຣິກາ​ຕາ​ເວັນ​ອອກ (EAC) ຢູ່​ນະຄອນ Aarusha, ປະເທດ ຕັງ​ຊາ​ນີ, ທ່ານ​ນາງ Victoria Akyeampong ​ໃຫ້​ຮູ້​ວ່າ: ສະພາບ​ການ​ຊາວ​ລີ້​ໄພ​ຢູ່​ເຂດຕາ​ເວັນ​ອອກ - ອາ​ຟຣິກາ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ພວມ​ຫຍຸ້ງຍາກ​ທີ່​ສຸດ ຍ້ອນ​ຂາດ​ສະບຽງ​ອາຫານ ​ແລະ ບັນດາ​ການ​ປະ​ທະ​ກັນດ້ວຍ​ອາວຸດ. ທ່ານ​ນາງ Victoria Akyeampong ​ເນັ້ນ​ໜັກ​​ເຖິງ ​ເລື່ອງສ້າງ​ກົນ​ໄກ​ແກ້​ໄຂ​ວິ​ກິດ​ການ​ດັ່ງກ່າວ. ການ​ນຳ UNHCR ຢູ່​ເຂດ​ນີ້ ​ແລະ ​ເລຂາ​ທິການ​ໃຫຍ່ EAC ທ່ານ Liberat Mfumukeko ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ສ້າງ​ຕັ້ງ​ກຸ່ມ​ສະ​ເພາະ​ກິດກ່ຽວ​ກັບ​ການ​ກໍ່​ສ້າງ ​ແລ​ະ ຜັນ​ຂະຫຍາຍກົນ​ໄກ​ຄຸ້ມ​ຄອງ​ຊາວລີ້​ໄພ​ຢູ່​ເຂດ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ