ສະພາບໂລກລະບາດໂຄວິດ-19 ໃນໂລກ ໄລ່ຮອດວັນທີ 22 ຕຸລາ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 243 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,94 ລ້ານຄົນ.
ສະພາບໂລກລະບາດໂຄວິດ-19 ໃນໂລກ ໄລ່ຮອດວັນທີ 22 ຕຸລາ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 22 ຕຸລາ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 243 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,94 ລ້ານຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນຫຼາຍກວ່າ 220 ລ້ານຄົນ.

        ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ກວ່າ 460 ພັນຄົນ ແລະ ມີຜູ້ເສຍຊີວິດກວ່າ 7,1 ພັນຄົນ. ອາເມລິກາ ມີຈຳນວນຜູ້ເສຍຊີວິດຫຼາຍກວ່າໝູ່, ຖັດຈາກນັ້ນແມ່ນ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ