ສະພາສູງມາເລເຊຍຮັບຮອງເອົາTPP
(ພາບ: VTVNEWS) |
(vovworld) – ວັນທີ 28/1, ສະພາສູງ ມາເລເຊຍ ໄດ້ຮັບຮອງເອົາຮ່າງກົດໝາຍອະນຸຍາດໃຫ້ລັດຖະມົນຕີວ່າການກະຊວງການຄ້າ ແລະ ອຸດສາຫະກຳສາກົນຂອງປະເທດນີ້, ທ່ານ Mustapa Mohamad, ເຊັນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ກັບ ນິວຢີແລນ ໃນວັນທີ 4/2 ຈະມາເຖິງ. ຮ່າງກົດໝາຍດັ່ງກ່າວໂດຍສະພາສູງ ມາເລເຊຍ, ເຊິ່ງລວມມີສະມາຊິກ 67 ທ່ານຮັບຮອງເອົາດ້ວຍວິທີລົງມະຕິ. ກ່ອນໜ້ານັ້ນຕອນຄຳ່ວັນທີ 27/1, ສະພາຕຳ່ ອາເມລິກາ ໄດ້ປ່ອນບັດຮັບຮອງເອົາ TPP ດ້ວຍບັດສະໜັບສະໜູນ 127 ບັດ ແລະ ບັດຄັດຄ້ານ 84 ບັດ, ກ້າວໄປເຖິງເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສັນຍາເຊິ່ງລວມມີ 12 ປະເທດເຂົ້າຮ່ວມນີ້. ກ່າວຄຳເຫັນກ່ອນທີ່ສະພາສູງປ່ອນບັດເລືອກຕັ້ງ, ທ່ານ Mustapa ໃຫ້ຮູ້ວ່າ: ລັດຖະບານ ມາເລເຊຍ ຕົກລົງເຂົ້າຮ່ວມການເຈລະຈາ TPP ຍ້ອນ ມາເລເຊຍ ບໍ່ຢາກຢືນຢູ່ນອກຂໍ້ຕົກລົງການຄ້າຮອບດ້ານ, ໂດຍໄດ້ຖືເປັນມາດຖານໃຫ້ແກ່ບັນດາຂໍ້ຕົກລົງການຄ້າເສລີໃນອະນາຄົດ.