ສະພາສູງລັດເຊຍຕີລາຄາເລື່ອງຫວຽດນາມຕັ້ງໜ້າກະກຽມຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກ132

ສະພາສູງລັດເຊຍຕີລາຄາເລື່ອງຫວຽດນາມຕັ້ງໜ້າກະກຽມຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກ132 - ảnh 1
ທ່ານ​ເອກອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ແທງ​ເຊີນ ​ຕ້ອນຮັບ​ທ່ານ Andray Klimov, ຮອງ​ປະທານ​ກຳມາ​ທິການ​ການຕ່າງປະ​ເທດ​ຂອງ​ສະພາ​ສະຫະພັນ ລັ​ດ​ເຊຍ

(vovworld) – ​ ວັນ​ທີ 4/3, ຢູ່​ມົດສກູ, ທ່ານ​ເອກອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ຫວຽດນາມ ປະຈຳ​ສະຫະພັນ ​ລັດ​ເຊຍ ຫງວຽນ​ແທງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Andray Klimov, ຮອງ​ປະທານ​ກຳມາ​ທິການ​ການຕ່າງປະ​ເທດ​ຂອງສະພາ​ສູງ​ລັດ​ເຊຍ, ພ້ອມ​ທັງ​ແມ່ນ​ສະມາຊິກ​ຄະນະ​ປະທານ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ພັກ​ແຫ່ງ​ລັດ​ເຊຍ​ເອກະ​ພາບ. 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ວຽກ​ງານ​ທີ່​ລະອຽດ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ພັກ​ກຳ​ອຳນາດ​, 2 ສະພາ​ແຫ່ງ​ຊາດ ​ແລະ ລະຫວ່າງ 2 ປະ​ເທດ ​ໃຫ້​ດີ​ຍິ່ງ​ກ່ວາ​ອີກ. ທ່ານ Klimov ຕີ​ລາຄາ​ສູງ​ການ​ພົວພັນລະຫວ່າງ ລັດ​ເຊຍ-​ຫວຽດນາມ ດ້ວຍ​ມູນ​ເຊື້ອ​ປະຫວັດສາດ​ອັນ​ດີງາມ. ທ່ານ Klimov ກໍ່​​ໄດ້​ເຕື້ອງເຖິງ​ບັນດາ​ແງ່​ຫວັງ​ໃໝ່​ພວມ​ປະກອບສ່ວນ​ຊຸກ​ຍູ້ການ​ພົວພັນ 2 ຝ່າຍ ​ແລະ ​ເນັ້ນ​ໜັກ​ວ່າ:

      ພວກ​ຂ້າພະ​ເຈົ້າ​ພວມລໍ​ຖ້າການ​ຢ້ຽມຢາມ​ ຫວຽດນາມ ຂອງ​ທ່ານ​ປະທານ​ພັກ​ແຫ່ງ​ລັດ​ເຊຍ​ເອກະ​ພາບ ​ແລະ ກໍ່​ແມ່ນ​ທ່ານ​ນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Dmitri Metvedev . ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ມີ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ໄດ້​ຮັບ​ການ​ປຶກສາ​ຫາລື ລະຫວ່າງ 2 ຝ່າຍ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ 2 ຝ່າຍ​ອັນ​ດີງາມ ລະຫວ່າງ 2 ປະ​ເທດ​ພວກ​ເຮົາ​​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ.

      ທ່ານ Klimov ກໍ່​ຕີ​ລາຄາ​ສູງ​ເລື່ອງ ຫວຽດນາມ ພວມ​ຕັ້ງໜ້າ​ກະກຽມ​​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ 132 ​ແລະ ຢືນຢັນ​ວ່າ ຍາມ​ໃດ ລັດ​ເຊຍ ​ກໍ່​ພ້ອມ​ແລ້ວ​​ຈະໃຫ້ການ​ສະໜັບ​ສະໜູນຊ່ວຍ​ເຫຼືອ ຫວຽດນາມ ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ 132 ​​ເປັນ​ຢ່າງ​ດີ.


ຂ່າວ/ບົດ​ອື່ນ