ສະພາສິດທິມະນຸດ ສປຊ ມີ 15 ສະມາຊິກໃຫມ່

(VOVWORLD) - ບັນດາປະເທດໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກໃຫມ່ລວມມີ: ອາບການິດສະຖານ, ອັງໂກລາ, ອົດສະຕາລີ, ຈີເລ, ກົງໂກ, ນີເຊເຣຍ, ປາກິດສະຖານ, ເປຣູ, ກາຕາ, ເຊເນການ, ສະໂລວາກີ, ປອກຕຸຍການ ແລະ ຢູແກຼນ. 
ສະພາສິດທິມະນຸດ ສປຊ ມີ 15 ສະມາຊິກໃຫມ່ - ảnh 1 ກອງປະຊຸມຂອງ ສປຊ

ວັນທີ 16 ຕຸລາ, ສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດເລືອກຕັ້ງ 15 ສະມາຊິກໃຫມ່ເຂົ້າສະພາສິດທິມະນຸດ ຂອງອົງການນີ້. ບັນດາປະເທດໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກໃຫມ່ລວມມີ: ອາບການິດສະຖານ, ອັງໂກລາ, ອົດສະຕາລີ, ຈີເລ, ກົງໂກ, ນີເຊເຣຍ, ປາກິດສະຖານ, ເປຣູ, ກາຕາ, ເຊເນການ, ສະໂລວາກີ, ປອກຕຸຍການ ແລະ ຢູແກຼນ. ບັນດາປະເທດເຫຼົ່ານັ້ນ ຈະເລີ່ມອາຍຸການ 3 ປີນັບແຕ່ວັນທີ 1 ມັງກອນ 2018. ເປັນໜ້າສົນໃຈແມ່ນ, ໃນຈຳນວນນີ້, ມີ ນີເຊເຣຍ ແລະ ກາຕາ ແມ່ນ 2 ປະເທດໄດ້ຮັບເລືອກຕັ້ງເປັນຄັ້ງທີ 2 ຂອງສະພາສິດທິມະນຸດ ສປຊ. ກ່າວຄຳເຫັນທາງວິທະຍຸກະຈາຍສຽງແຫ່ງຊາດ ພາຍຫຼັງ ອົດສະຕາລີ ໄດ້ຮັບການເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ, ທ່ານນາງລັດຖະມົນຕີການຕ່າງປະເທດ Julie Bishop ຮັບຮູ້ວ່າ ເລື່ອງ ອົດສະຕາລີ ຍາດໄດ້ 176 ບັດສະໜັບສະໜູນແມ່ນ “ພະຍານຫຼັກຖານຢ່າງແຮງ” ສະແດງໃຫ້ເຫັນຄວາມຕັດສິນໃຈຂອງປະເທດນີ້ໃນການປົກປ້ອງສິດທິມະນຸດ. ທ່ານນາງ Bishop ເນັ້ນໜັກວ່າ: ໃນອາຍຸການນີ້, ອົດສະຕາລີ ຈະສຸມໃສ່ເຂົ້າໃນການມອບສິດໃຫ້ແມ່ຍິງ, ສິດຂອງຄົນປະຈຳຖິ່ນ, ແກ້ໄຂບັນຫາຊາວອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ