(vovworld) – ວັນທີ 6/7, ສະພາແຫ່ງຊາດ ກູຍບາ ຮັບຮອງເອົາກົດໝາຍວ່າດ້ວຍທະເລສະບັບໃໝ່ ເຊິ່ງກຳນົດເລື່ອງໄປມາບົນແມ່ນ້ຳ, ໜອງ ແລະ ທະເລ. ນີ້ແມ່ນຂໍ້ຕົກລົງລ້າສຸດໄດ້ຍົກອອກມາໃນຂອບເຂດວາລະປະຊຸມປະຈຳປີຂອງສະພາແຫ່ງຊາດປະເທດນີ້ ໂດຍທ່ານປະທານ Raul Castro ເປັນປະທານ. ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ກູຍບາ ທ່ານ Cesar Arocha ໃຫ້ຮູ້ວ່າ: ກົດໝາຍສະບັບໃໝ່ກຳນົດເລື່ອງໄປມາບົນທະເລ, ເຂດຕິດພັນກັບທະເລ, ເຂດເສດຖະກິດພິເສດຢູ່ເຂດອ່າວ ເມກຊີໂກ ກໍ່ຄືຢູ່ເຂດນ່ານນ້ຳຕ່າງໆຄື: ແມ່ນ້ຳ, ໜອງຢ່າງຈະແຈ້ງ. ກົດໝາຍສະບັບນີ້ລວມມີຫຼາຍບັນຫາຄື: ການກູ້ໄພກູ້ຊີບບົນທະເລ, ບັນຫາປະລະກຳປັ່ນຂອງຕ່າງປະເທດໄວ້ໃນເຂດທະເລຂອງ ກູຍບາ ແລະ ບັນຫາຄວບຄຸມ ແລະ ສະກັດກັ້ນສະພາບກໍ່ມົນລະພິດຕໍ່ສິ່ງແວດລ້ອມຢູ່ທະເລ.