ສະພາແຫ່ງຊາດ ກຳປູເຈຍ ປັບປຸງກົງຈັກການຈັດຕັ້ງໃຫ້ສົມບູນແບບ

(VOVWORLD) - ຕາມແຈ້ງການຂອງຫ້ອງວ່າການເລຂານຸການໃຫຍ່ສະພາແຫ່ງຊາດ ກຳປູເຈຍ ແລ້ວ, ສະມາຊິກສະພາແຫ່ງຊາດໃຫມ່ 16 ຄົນໄດ້ຮັບຮອງເອົາຖານະເປັນສະມາຊິກສະພາແຫ່ງຊາດຄັ້ງນີ້ລວມມີ 15 ຄົນສັງກັດພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ

ໃນວັນທີ 7 ທັນວາ, ສະພາແຫ່ງຊາດ ກຳປູເຈຍ ໄດ້ຮັບຮອງເອົາຖານະເປັນສະມາຊິກສະພາແຫ່ງຊາດໃຫ້ 16 ຄົນ ແລະ ເຫັນດີເຫັນພ້ອມຕໍ່ຕຳແໜ່ງຮອງປະທານ ແລະ ສະມາຊິກ ຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC) ຄົນໃໝ່ 2 ທ່ານ, ປ່ຽນແທນສະມາຊິກ NEC 3 ຄົນທີ່ຫາກໍ່ລາອອກຈາກຕຳແໜ່ງ.

        ນີ້ແມ່ນຄຳຕັດສິນໂດຍສະພາແຫ່ງຊາດ ກຳປູເຈຍ ຮັບຮອງເອົາທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ 5 ໃນຕອນເຊົ້າວັນດຽວກັນ.

        ຕາມແຈ້ງການຂອງຫ້ອງວ່າການເລຂານຸການໃຫຍ່ສະພາແຫ່ງຊາດ ກຳປູເຈຍ ແລ້ວ, ສະມາຊິກສະພາແຫ່ງຊາດໃຫມ່ 16 ຄົນໄດ້ຮັບຮອງເອົາຖານະເປັນສະມາຊິກສະພາແຫ່ງຊາດຄັ້ງນີ້ລວມມີ 15 ຄົນສັງກັດພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ແລະ 1 ສັງກັດພັກ Funcinpec (FP). ໃນຈຳນວນນີ້, ສະມາຊິກຂອງພັກ CPP 11 ທ່ານ ໄດ້ຮັບທີ່ນັ່ງໂດຍ NEC ແບ່ງໃຫ້ ແລະ ສະມາຊິກ CPP 4 ຄົນປ່ຽນແທນໃຫ້ສະມາຊິກ 4 ຄົນ ຂອງພັກນີ້ລາອອກຈາກຕຳແໜ່ງ ເພື່ອອອກຫາສຽງເລືອກຕັ້ງເປັນສະມາຊິກສະພາສູງ.

ຕອບກັບ

ຂ່າວ/ບົດ​ອື່ນ