ສະພາແຫ່ງຊາດ ຫວຽດນາມ ກຽມພ້ອມແບ່ງປັນບົດຮຽນໃນວິວັດການປ່ຽນໃໝ່ການສຶກສາກັບ ຟິລິບປິນ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ເນັ້ນໜັກວ່າ: ສະພາແຫ່ງຊາດ ຫວຽດນາມ ກຽມພ້ອມແບ່ງປັນບົດຮຽນກ່ຽວກັບວິວັດການປ່ຽນແປງໃໝ່ລະບົບການສຶກສາ ຫວຽດນາມ; ສະໜັບສະໜູນການເປີດກ້ວາງການຮ່ວມມືສອງປະເທດໃນຂົງເຂດການສຶກສາ
ສະພາແຫ່ງຊາດ ຫວຽດນາມ ກຽມພ້ອມແບ່ງປັນບົດຮຽນໃນວິວັດການປ່ຽນໃໝ່ການສຶກສາກັບ ຟິລິບປິນ - ảnh 1ການຕ້ອນຮັບໃນຕອນບ່າຍວັນທີ 22 ມີນາ
(ພາບ:quochoi.vn)

ຕອນບ່າຍວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບຄະນະປະຕິບັດງານກຳມາທິການປະຕິຮູບການສຶກສາຂອງ ສະພາແຫ່ງຊາດຟີລິບປິນ ຄັ້ງທີ 2 (EDCOM 2) ໂດຍທ່ານ ສະມາຊິກສະພາສູງ Shewin T. Gatchalian, ເປັນປະທານຮ່ວມ EDCOM 2, ປະທານກຳມາທິການສະພາສູງກ່ຽວກັບການສຶກສາສາມັນ, ເປັນຫົວໜ້າຄະນະ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ເນັ້ນໜັກວ່າ: ສະພາແຫ່ງຊາດ ຫວຽດນາມ ກຽມພ້ອມແບ່ງປັນບົດຮຽນກ່ຽວກັບວິວັດການປ່ຽນແປງໃໝ່ລະບົບການສຶກສາ ຫວຽດນາມ; ສະໜັບສະໜູນການເປີດກ້ວາງການຮ່ວມມືສອງປະເທດໃນຂົງເຂດການສຶກສາ, ຍົກສູງຄຸນນະພາບການສຶກສາເວົ້າສະເພາະ, ປະກອບສ່ວນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຂອງສອງປະເທດເວົ້າລວມ. ທ່ານຮອງປະທານສະພາແຫ່ງຊາດ ສະເໜີໃຫ້ກຳມາທິການປະຕິຮູບການສຶກສາຂອງສະພາແຫ່ງຊາດ ຟິລິບປິນ ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ຮ່ວມມືລະຫວ່າງການນຳ ແລະ ບັນດາອົງການສະເພາະກິດຂອງສະພາແຫ່ງຊາດສອງປະເທດ; ແລກປ່ຽນບົດຮຽນໃນການເຄື່ອນໄຫວລັດຖະສະພາ, ພິເສດແມ່ນໃນຂົງເຂດການສຶກສາ ແລະ ບຳລຸງສ້າງ.

        ສ່ວນທ່ານ ສະມາຊິກສະພາສູງ Shewin T. Gatchalian ປາດຖະໜາວ່າສອງຝ່າຍຈະສືບຕໍ່ບຸລິມະສິດຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ, ປັບປຸງການຮ່ວມມືສອງຝ່າຍໃຫ້ນັບມື້ນັບຮອບດ້ານ ແລະ ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ