ສະ​ພາ​ແຫ່​ງ​ຊາດ ຫວຽດ​ນາມ ປະ​ຕິ​ບັດ​ຂັ້ນ​ຕອນ​ພົ້ນ​ຕຳ​ແໜ່ງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວັນ​ຟຸກ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມດ້ວຍສະມາຊິກລັດຖະບານ ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃນການນຳປະເທດ ຫວຽດນາມ ຜ່ານພາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫຍ່ ເພື່ອບັນລຸໄດ້ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ. 
ສະ​ພາ​ແຫ່​ງ​ຊາດ ຫວຽດ​ນາມ ປະ​ຕິ​ບັດ​ຂັ້ນ​ຕອນ​ພົ້ນ​ຕຳ​ແໜ່ງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວັນ​ຟຸກ - ảnh 1ທ່ານປະທານປະເທດ ຫງວຽນຝູຈ້ອງ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ກ່ຽວກັບເລື່ອງພົ້ນຕຳແໜ່ງນາຍົກລັດຖະມົນຕີ ອາຍຸການ 2016 – 2021 ສຳລັບທ່ານ ຫງວຽນຊວັນຟຸກ (ພາບ: TTXVN)

    ຕອນບ່າຍວັນທີ 1 ເມສາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV, ທ່ານປະທານປະເທດ ຫງວຽນຝູຈ້ອງ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ກ່ຽວກັບເລື່ອງພົ້ນຕຳແໜ່ງນາຍົກລັດຖະມົນຕີ ອາຍຸການ 2016 – 2021 ສຳລັບທ່ານ ຫງວຽນຊວັນຟຸກ. ຫຼັງຈາກນັ້ນ, ບັນດາຄະນະສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບເນື້ອໃນດັ່ງກ່າວ. ຕອນເຊົ້າວັນທີ 2 ເມສາ, ຄະນະປະຈຳສະພາແຫ່ງຊາດ ຈະລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນການປຶກສາຫາລືຂອງບັນດາຄະນະກ່ຽວກັບເລື່ອງພົ້ນຕຳແໜ່ງນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ສະພາແຫ່ງຊາດ ພົ້ນຕຳແໜ່ງນາຍົກລັດຖະມົນຕີ ດ້ວຍຮູບການປ່ອນບັດລັບ.

        ໃນອາຍຸການ 2016 – 2021, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມດ້ວຍສະມາຊິກລັດຖະບານ ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃນການນຳປະເທດ ຫວຽດນາມ ຜ່ານພາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫຍ່ ເພື່ອບັນລຸໄດ້ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ. ນອກຈາກນັ້ນ, ລັດຖະບານ ໄດ້ເອົາໃຈໃສ່ເປັນພິເສດເຖິງການສ້າງກົນໄກ, ນະໂຍບາຍໃຫ້ສົມບູນແບບ ສ້າງບາດກ້າວບຸກທະລຸໃນການພັດທະນາ, ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດໃຫ້ແກ່ປະຊາຊົນ, ວິສາຫະກິດ… ພິເສດ, ຫວຽດນາມ ປະສົບຜົນສຳເລັດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ