ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ຢືນ​ຢັນ​ຖາ​ນະ​ບົດ​ບາດ ຢູ່ IPU-18

(VOVWORLD) -     ວັນທີ 24 ມີນາ ຜ່ານມາ, ນຳໂດຍ ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນກວາງເຟືອງ ໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫ່ຍ ຄັ້ງທີ 148 (IPU-148) ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ນະຄອນເຊີແນວ, ປະເທດສະວິດ.
ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ຢືນ​ຢັນ​ຖາ​ນະ​ບົດ​ບາດ ຢູ່ IPU-18 - ảnh 1ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ (ພາບ: VOV)

ທີ່ວາລະກອງປະຊຸມຄົບຄະນະ ພາຍຫຼັງພິທີໄຂກອງປະຊຸມສະມັດຊາໃຫ່ຍ IPU-148, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນກວາງເຟືອງ ໄດ້ກ່າວຄຳເຫັນຢັ້ງຢືນ ຫວຽດນາມ ໃຫ້ຄຳໝັ້ນສັນຍາເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ ຕໍ່ບັນດາການເຄື່ອນໄຫວ ການທູດລັດຖະສະພາຫຼາຍຝ່າຍ; ສືບຕໍ່ເສີມຂະຫຍາຍບົດບາດ ແລະ ຖານະຂອງ ຫວຽດນາມ ແລະ ສະພາແຫ່ງຊາດ ຫວຽດນາມ ຕໍ່ກັບບັນດາກົນໄກຮ່ວມມືລັດຖະສະພາ ຢູ່ພາກພື້ນ ແລະ ທົ່ວໂລກ.

       ໂດຍດຳເນີນໃນລະຫວ່າງວັນທີ 23-27 ມີນາ, ກອງປະຊຸມສະມັດຊາໃຫ່ຍສະຫະພັນລັດຖະສະພາໂລກ ຄັ້ງທີ 148 (IPU-148) ດ້ວຍຫົວຂໍ້: “ການທູດລັດຖະສະພາ: ສ້າງບັນດາຂົວຕໍ່ເພື່ອສັນຕິພາບ ແລະ ການພັດທະນາ” ລວມມີບາງການເຄື່ອນໄຫວຫຼັກດັ່ງນີ້: ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ຈະເຂົ້າຮ່ວມປະມານ 30 ລາຍການເຄື່ອນໄຫວ ທີ່ກອງປະຊູມໃຫ່ຍ IPU-148, ໃນນັ້ນມີບັນດາກອງປະຊຸມຂອງ ບັນດາຄະນະກຳມະການປະຈຳການຂອງ IPU, ເວທີປາໄສ ສະມາຊິລັດຖະສະພາຍິງ ແລະ ບັນດາກົນໄກປຶກສາຫາລື ກຸ່ມພູມສາດການເມືອງ ອາຊີ-ປາຊີຟິກ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນກວາງເຟືອງ ກໍ່ຈະເຂົ້າພົບປະ ແລະ ເຮັດວຽກຮ່ວມກັບປະທານ IPU, ເລຂາທິການໃຫ່ຍ IPU, ເລຂາທິການໃຫ່ຍ ສະພາແຫ່ງຊາດອາຊຽນ (AIPA), ພົບປະສອງຝ່າຍ ກັບການນຳລັດຖະສະພາບາງປະເທດ ຢູ່ນອກກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ