ສະພາແຫ່ງຊາດ ຫວຽດນາມ ເປັນປະທານຈັດກອງປະຊຸມກຸ່ມທີ່ປຶກສາ AIPA ຄັ້ງທີ 14

(VOVWORLD) - ເພື່ອບັນລຸໄດ້ບັນດາເປົ້າໝາຍການເຕີບໂຕ, ການພັດທະນາເສດຖະກິດແບບຍືນຍົງ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄວນຮັບຮູ້ແຈ້ງຜົນສຳເລັດ, ສິ່ງຈຳກັດຂອງວິທະຍາສາດ - ເຕັກໂນໂລຊີ
ສະພາແຫ່ງຊາດ ຫວຽດນາມ ເປັນປະທານຈັດກອງປະຊຸມກຸ່ມທີ່ປຶກສາ AIPA ຄັ້ງທີ 14 - ảnh 1ກອງປະຊຸມ AIPA Caucus ຄັ້ງທີ 14 ຈັດຂຶ້ນຢູ່ແຂວງ ກຽນຢາງ
(ພາບ: AIPA Caucus)

ຕອນເຊົ້າວັນທີ 10 ກໍລະກົດ, ກອງປະຊຸມກຸ່ມທີ່ປຶກສາສະຫະພັນລັດຖະສະພາ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (AIPA Caucus) ຄັ້ງທີ 14 ດ້ວຍຫົວຂໍ້ “ຊຸກຍູ້ນະວັດຕະກຳ, ຖ່າຍທອດ, ໝູນໃຊ້ ແລະ ພັດທະນາວິທະຍາສາດ ເຕັກໂນໂລຊີ ຮັບໃຊ້ການເຕີບໂຕ ແລະ ການພັດທະນາແບບຍືນຍົງ”, ໂດຍສະພາແຫ່ງຊາດ ຫວຽດນາມ ເປັນປະທານ ໄດ້ໄຂຂຶ້ນຢູ່ນະຄອນ ຝູກວັກ, ແຂວງ ກຽນຢາງ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ເນັ້ນໜັກວ່າ: ເພື່ອບັນລຸໄດ້ບັນດາເປົ້າໝາຍການເຕີບໂຕ, ການພັດທະນາເສດຖະກິດແບບຍືນຍົງ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄວນຮັບຮູ້ແຈ້ງຜົນສຳເລັດ, ສິ່ງຈຳກັດຂອງວິທະຍາສາດ - ເຕັກໂນໂລຊີ, ຮັບເອົາ, ເປັນເຈົ້າການ, ໝູນໃຊ້ເຕັກໂລໂນຊີທີ່ກ້າວໜ້າ ເພື່ອເພີ່ມສະມັດຕະພາບການອອກແຮງງານ, ຍົກສູງຄຸນນະພາບຜະລິດຕະພັນ, ການບໍລິການ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ; ນຳການພັດທະນາເສດຖະກິດດີຈີຕອນ, ການໝູນໃຊ້ວິທະຍາສາດ ເຕັກໂນໂລຊີກາຍເປັນພື້ນຖານຍູ້ແຮງການຫັນປ່ຽນດີຈີຕອນແຫ່ງຊາດ, ຫັນປ່ຽນຮູບແບບການເຕີບໂຕ ຕາມລວງເລິກ, ອີງໃສ່ພູມປັນຍາ, ການປ່ຽນແປງໃໝ່, ຫົວຄິດປະດິດສ້າງ ເພື່ອສ້າງຂອດບຸກທະລຸ, ກາຍເປັນຂອດສຳຄັນໃນລະບົບການສະໜອງມູນຄ່າທົ່ວໂລກ.

        ສ່ວນທ່ານເລຂາທິການໃຫຍ່ AIPA Siti Rozaimeriyanty Dato Haji Abdul Rahman, ໃຫ້ຮູ້ວ່າ: ປີນີ້, AIPA ໄດ້ກ້າວອີກບາດກ້າວໜຶ່ງດ້ວຍວິທີປັບປຸງການເກັບກຳຂໍ້ມູນຂ່າວ ກ່ຽວກັບໝາກຜົນແຫ່ງການຜັນຂະຫຍາຍບັນດາມະຕິຂອງ AIPA ທີ່ກອງປະຊຸມສະມັດຊາໃຫຍ່ AIPA ກ່ອນນີ້, ຊ່ວຍໃຫ້ AIPA ມີມູມມອງທີ່ໄກກ່ວາ, ສັງລວມກ່ວາ ໃນການປະຕິບັດບັນດາມະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ