( vovworld ) – ສະພາຕ່ຳ ແລະ ສະພາສູງ ຂອງສະພາແຫ່ງຊາດຊຸດໃໝ່ທີ່ຫາກໍໄດ້ຮັບການເລືອກຕັ້ງຂອງອີຢີບ ຫາກໍຈັດວາລະປະຊຸມລວມຄັ້ງທຳອິດ ແລະ ປຶກສາຫາລືກ່ຽວກັບບັນດາຄາດໝາຍຄັດເລືອກສະມາຊິກ 100 ທ່ານ ຂອງຄະນະກຳມະການສ້າງລັດຖະທຳມະນູນ ກ່ອນທີ່ຈະບົ່ງຕົວຢ່າງເປັນທາງການໃນວັນທີ 24/3 ທີ່ຈະມາເຖິງ. ພັກເສລີ ແລະ ຄວາມຍຸດຕິທຳ ຂອງອົງການອ້າຍນ້ອງມຸດສະລິມ ຊື່ງປະຈຸບັນພວມກວມທີ່ນັ່ງສ່ວນຫຼາຍໃນສະພາແຫ່ງຊາດຢາກໃຫ້ສະມາຊິກ 40 ທ່ານໃນຄະນະດັ່ງກ່າວ ແມ່ນເລືອມາຈາກທຸກໆພັກຝ່າຍ, ສ່ວນ 60 ທ່ານທີ່ຍັງເຫຼືອແມ່ນບັນດາຜູ້ຊ່ຽວຊານດ້ານກົດໝາຍ ແລະ ລັດຖະທຳມະນູນ ພ້ອມກັບຜູ້ຕາງໜ້າຂອງບັນດາວິສາຫະກິດ. ເມື່ອອັດກອງປະຊຸມ, ປະທານສະພາຕ່ຳ Saad al Katatni ໃຫ້ຮູ້ວ່າ ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະສັນວ່າ ສະພາແຫ່ງຊາດຈະເລືອກຕັ້ງຄະນະກຳມະການທີ່ນ້ອຍກ່ວາ ເພື່ອຮັບບັນດາຂໍ້ສະເໜີກ່ຽວກັບການສ້າງຄັ້ງຄະນະກຳມະການສ້າງລັດຖະທຳມະນູນ. ຄາດວ່າ ສະພາຕ່ຳ ແລະ ສະພາສູງຈະຈັດການປະຊຸມຄັ້ງໃໝ່ໃນວັນທີ 17/3 ທີ່ຈະມາເຖິງ ເພື່ອປຶກສາຫາລືບັນດາຂໍ້ສະເໜີດັ່ງກ່າວ ແລະ ຕົງລົງບັນດາຄາດໝາຍຄັດເລືອກສະມາຊິກໃຫ້ແກ່ຄະນະກຳມະການນີ້. ການປ່ອນບັດຮັບຮອງເອົາບັນຊີລາຍຊື່ສະມາຊິກຄະນະກຳມະການສ້າງລັດຖະທຳມະນູນ ຈະຖືກດຳເນີນໄປໃນວັນທີ 24/3 ທີ່ຈະມາເຖິງ.