ສະພາແຫ່ງຊາດ ອາເມລິກາ ຊ່ວຍລັດຖະບານບໍ່ຕ້ອງປິດປະຕູສ່ວນໜຶ່ງໂດຍຊົ່ວຄາວ

(VOVWORLD) -ຮ່າງກົດໝາຍດັ່ງກ່າວໄດ້ສົ່ງເຖິງທ່ານປະທານາທິບໍດີ Joe Biden ໃນທັນທີໃຫ້ທ່ານເຊັນປະກາດໃຊ້
ສະພາແຫ່ງຊາດ ອາເມລິກາ ຊ່ວຍລັດຖະບານບໍ່ຕ້ອງປິດປະຕູສ່ວນໜຶ່ງໂດຍຊົ່ວຄາວ - ảnh 1ກອງປະຊຸມສະພາຕ່ຳອາເມລິກາ
(ພາບປະກອບ: AP/TTXVN)

ຕອນບ່າຍວັນທີ 30 ກັນຍາ, ດ້ວຍບັດເຫັນດີ 254 ບັດ ແລະ ບັດຄ້ານ 175 ບັດ, ສະພາຕ່ຳອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍຊົ່ວຄາວ, ຕາມນັ້ນແລ້ວ ຈະສືບຕໍ່ສະໜອງງົບປະມານໃຫ້ແກ່ການເຄື່ອນໄຫວຂອງລັດຖະບານ ອາເມລິກາ ຮອດວັນທີ 03 ທັນວາ ນີ້. ຮ່າງກົດໝາຍດັ່ງກ່າວໄດ້ສົ່ງເຖິງທ່ານປະທານາທິບໍດີ Joe Biden ໃນທັນທີໃຫ້ທ່ານເຊັນປະກາດໃຊ້, ໃນສະພາບຍັງບໍ່ພໍເທົ່າໃດຊົ່ວໂມງກໍ່ຈະໝົດກຳນົດເວລາຄືຕົ້ນປີການເງິນ 2022 (ນັບແຕ່ວັນທີ 01 ຕຸລາ 2021 ຮອດວັນທີ 30 ກັນຍາ 2022).

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 30 ກັນຍາ, ດ້ວຍບັດເຫັນດີ 65 ບັດ ແລະ ບັດຄ້ານ 35 ບັດ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາເອກະສານຮ່າງກົດໝາຍທີ່ຄ້າຍຄືກັນ, ແຕ່ບໍ່ມີມາດຕາໃດເພື່ອແກ້ໄຂການກຳນົດໜີ້.

ຕອບກັບ

ຂ່າວ/ບົດ​ອື່ນ