ສະພາແຫ່ງຊາດ2ປະເທດອີຕາລີແລະຫວຽດນາມແລກປ່ຽນບົດຮຽນກ່ຽວກັບອະນຸລັກຮັກສາວັດທະນະທຳແລະຮ່ວມມືດ້ານສຶກສາ
ສະພາແຫ່ງຊາດ ອີຕາລີ ແລະ ຫວຽດນາມ ແລກປ່ຽນບົດຮຽນ
ກ່ຽວກັບອະນຸລັກຮັກສາວັດທະນະທຳ ແລະ ຮ່ວມມືດ້ານສຶກສາ
(ພາບ: Anh Ngọc/Vietnam+)
(vovworld) – ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ, ວັນທີ 12/5, ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ໂດຍທ່ານ ເລຍືຕ໋ຽນ, ຮອງຫົວໜ້າ, ກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ ແລະ ເດັກນ້ອຍ, ສະພາແຫ່ງຊາດຫວຽດນາມ ນຳໜ້າ ໄດ້ແລກປ່ຽນບົດຮຽນກັບກຳມາທິການວັດທະນະທຳ, ວິທະຍາສາດ ແລະ ສຶກສາຂຶ້ນກັບສະພາຕຳ່ ອີຕາລີ ຢູ່ນະຄອນຫຼວງໂຣມ.
ທ່ານນາງ Flavia Nardelli Piccoli, ຜູ້ຮັກສາການປະທານກຳມາທິການ ວັດທະນະທຳ, ວິທະຍາສາດ ແລະ ສຶກສາຂອງສະພາຕຳ່ ອີຕາລີ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ, ພິເສດແມ່ນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ບັນລຸລະດັບການສຶກສາຢ່າງທົ່ວເຖິງ ແລະ ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານໜຸ່ມ. ຕາມທ່ານນາງ Piccoli ແລ້ວ, ການແລກປ່ຽນຄະນະສະມາຊິກການນຳສະພາແຫ່ງຊາດ ແລະ ກຳມາທິການຕ່າງໆ ຈະປະກອບສ່ວນສຳຄັນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ 2 ຝ່າຍ. 2 ຝ່າຍສຸມໃສ່ແລກປ່ຽນບົດຮຽນນິຕິບັນຍັດໃນຂົງເຂດອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ສຶກສາ, ບຳລຸງສ້າງອາຊີບໃຫ້ຊາວໜຸ່ມ. ບັນດາສະມາຊິກລັດຖະສະພາອີຕາລີ ຢືນຢັນຄືນວ່າ: ຈະສະໜັບສະໜູນລັດຖະບານ, ສູນກາງ ແລະ ທ້ອງຖິ່ນຢູ່ ອີຕາລີ ໃນການຜັນຂະຫຍາຍບັນດາໂຄງການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳຢູ່ ຫວຽດນາມ.
ສ່ວນທ່ານ ເລຍືຕ໋ຽນ ຕີລາຄາສູງບັນດາບົດຮຽນຂອງ ອີຕາລີ ໃນຂົງເຂດວັດທະນະທຳ, ສຶກສາ ແລະ ບຳລຸງສ້າງ, ພ້ອມທັງຢືນຢັນວ່າ: ນີ້ແມ່ນສິ່ງທີ່ຫວຽດນາມ ສາມາດຮຳ່ຮຽນ ແລະ ນຳໃຊ້ໃນຂົງເຂດທີ່ກ່ຽວຂ້ອງ . ທ່ານກໍປາດຖະໜາວ່າ: ສະພາແຫ່ງຊາດ 2 ປະເທດ ຮ່ວມມືຢ່າງແໜ້ນແຟ້ນກ່ວາອີກໃນຂົງເຂດວັດທະນະທຳ ແລະ ສຶກສາ.