ສະພາແຫ່ງຊາດກ້າວເຂົ້າສູ່ອາທິດເຮັດວຽກທີ 4

(VOVWORLD) - ສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນງົບປະມານແຫ່ງລັດປີ 2018.
ສະພາແຫ່ງຊາດກ້າວເຂົ້າສູ່ອາທິດເຮັດວຽກທີ 4 - ảnh 1

ກ້າວເຂົ້າສູ່ອາທິດເຮັດວຽກທີ 4, ຕອນເຊົ້າວັນທີ 13 ພະຈິກ, ສະພາແຫ່ງຊາດ ປຶກສາຫາລື ກ່ຽວກັບບົດລາຍງານຄົ້ນຄ້ວາຄວາມສາມາດເປັນໄປໄດ້ຂອງໂຄງການຖອນທີ່ດິນຄືນ, ຊົດເຊີຍ, ການໜູນຊ່ວຍ, ຕັ້ງຖິ່ນຖານຄົງທີ່ ທ່າອາກາດສະຍານສາກົນລອງແທ່ງ. ສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນງົບປະມານແຫ່ງລັດປີ 2018. ຕອນບ່າຍວັນທີ 13 ພະຈິກ, ສະພາແຫ່ງຊາດ ປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປ້ອງຄວາມປິດລັບຂອງລັດ ແລະ ຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງທາງ ອີນເຕີເນັດ.       

        ຕາມແຜນການແລ້ວ, ໃນອາທິດເຮັດວຽກທີ 4, ສະພາແຫ່ງຊາດປຶກສາຫາລື ສະຫງວນ 3 ມື້ທ້າຍອາທິດ ເພື່ອດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ. ລັດຖະມົນຕີ 4 ທ່ານ ແລະ ຫົວໜ້າຂະແໜງ ການຂຶ້ນຕອບຄຳຊັກຖາມຕໍ່ສະພາແຫ່ງຊາດເຊິ່ງລວມມີ: ລັດຖະມົນຕີການເງິນ ດິງຕ໋ຽນຢູ້ງ, ຜູ້ວ່າການທະນາຄານແຫ່ງລັດ ເລມີງຮືງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມີງຕ໋ວນ ແລະ ປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບີ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ