ສະພາແຫ່ງຊາດກຳປູເຈຍຄັກຄ້ານຖ້ອຍທຳນອງລະເມີດລັດຖະທຳມະນູນຂອງພັກ CNRP

  ສະພາແຫ່ງຊາດກຳປູເຈຍຄັກຄ້ານຖ້ອຍທຳນອງລະເມີດລັດຖະທຳມະນູນຂອງພັກ CNRP - ảnh 1
ວາລະໄຂກອງປະຊຸມສະພາແຫ່ງຊາດກຳປູເຈຍເມື່ອວັນທີ 23/9
(ພາບ: TTXVN)

(Vovworld)-  ຕໍ່ໜ້າ​ຄຳ​ຖະ​ແຫຼ​ງຂອງ​ພັກ​ກູ້​ຊາດ CNRP ທີ່​ແນ​ໃສ່​ຄັດຄ້ານ ​ແລະ ບໍ່​ຮັບ​ຮູ້​ສະພາ​ແຫ່ງ​ຊາດ ແລະ ລັດຖະບານໃໝ່ນັ້ນ, ສະພາ​ແຫ່ງ​ຊາດກຳປູເຈຍໄດ້ ອອກແຈ້ງການ​ແນະນຳ​ຕໍ່​ປວງຊົນ ຊຶ່ງ​ຄັດຄ້ານ​ບັນດາ​ຖ້ອຍ​ທຳນອງ​ລະ​​ເມີ​​ດ​ລັດຖະທຳ​ມະນູນຂອງ​ພັກ​ກູ້​ຊາດ CNRP. ​ແຈ້ງ​ການ​ລົງ​ວັນ​ທີ 27/9 ລວມມີ 6 ຂໍ້ ຢືນຢັນ​ເລື່ອງ​ພັກ​ກູ້​ຊາດ CNRP ອອກ​ຖະ​ແຫຼ​ງການ​ບໍ່​ຮັບ​ຮູ້​ລັດຖະບານອາຍຸ​ການ​ທີ 5 ​ແມ່ນ​ການ​ກະທຳ​ລະ​ເມີດ​ກົດໝາຍ​. ສະພາ​ແຫ່ງ​ຊາດກຳປູ​ເຈຍ​ຖະ​ແຫຼ​ງວ່າ ​ໃນ​ການ​ເຈລະຈາລະ​ຫວ່າງ​ການ​ນຳ​ພັກ​ປະຊາຊົນ​ກຳປູ​ເຈຍ CPP ​ແລະ ​ພັກ​ກູ້​ຊາດ CNRP ຫວ່າງ​ແລ້ວ​ນີ້ ຕາມ​ການສະ​ເໜີ​ຂອງ​ກະສັດ​ກຳປູ​ເຈຍ, ​ພັກ​ກູ້​ຊາດ CNRP ​ໄດ້​ຍອມຮັບ​ວ່າ ພັກ​ປະຊາຊົນ​ກຳປູ​ເຈຍ CPP ຍາດ​ໄດ້ 68 ທີ່​ນັ່ງ ​ແລະ ​ພັກ​ກູ້​ຊາດ CNRP ຍາດ​ໄດ້ 55 ທີ່​ນັ່ງ​​ໃນ ສະພາ​ແຫ່ງ​ຊາດອາຍຸ​ການ​ທີ່ 5. ຖະ​ແຫຼ​ງການ​ຂອງ ​ພັກ​ກູ້​ຊາດ CNRP ທີ່ບໍ່​ຮັບ​ຮູ້​ລັດຖະບານອາຍຸ​ການ​ທີ 5 ​ແມ່ນ​ການ​ກະທຳ​​ໄປ​ຝືນ​ກັບ​ລັດຖະທຳ​ມະນູນ​ຂອງ​ລາຊະ​ອານາ​ຈັກ​ກຳປູ​ເຈຍ ​ແລະ ລະບອບ​ປະຊາທິປະ​ໄຕ, ຕ້ານ​ຄືນ​ກະສັດ​ແຫ່ງ ລາຊະ​ອານາ​ຈັກ​ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ