ສະພາແຫ່ງຊາດຊຸດທີ 13 ເລີ່ມຕົ້ນ ວາລະຊັກຖາມແຕ່ ວັນທີ 12/11/2012

ສະພາແຫ່ງຊາດຊຸດທີ 13 ເລີ່ມຕົ້ນ ວາລະຊັກຖາມແຕ່ ວັນທີ 12/11/2012 - ảnh 1
(ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ Nguyen Hanh Phuc)

(vovworld) -     ​ເລີ່​ມ​ແຕ່​ວັນ​ທີ 12/11, ຢູ່​ທີ່​ກອງ​ປະຊຸຸມສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ. ກອງ​ປະຊຸມ​ຄັ້ງ​ນີ້, ​​ເປັນ​ເທື່ອ​ທຳ​ອິດ​ທີ່​ລັດຖະບານ​ຈະລາ​ຍງານ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມຢູ່​​ກອງ​ປະຊຸມ​ສະ​ໄໝກ່ອນ. ຕາມ​​ແຜນການ​ແລ້ວ, ລັດຖະມົນຕີ 4 ທ່ານ​ເຊິ່ງລວມມີ: ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ Vu Huy Hoang; ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ Nguyen Thi Kim Tien; ລັດຖະມົນຕີ​ກະຊວງ​ກໍ່ສ້າງ Trinh Dinh Dung ​ແລະ ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ Nguyen Van Binh ຈະ​ຕອບຄຳ​ຊັກ​ຖາມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ. ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​​ເຊິ່ງສະມາຊິກ​ສະພາ​ແຫ່ງ​ຊາດ​ຈະ​ຊັກ​ຖາມ, ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ Nguyen Hanh Phuc ​ໃຫ້​ຮູ້​ວ່າ.

        “ຜ່ານ​ບັນດາ​ຄຳ​​ຖາມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ທີ່​ສົ່ງ​ເຖິງ​ບັນດາ​ລັດຖະມົນຕີ, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ​ມີ​ບາງ​ບັນຫາ​ພົ້ນ​ເດັ່ນ​ຄື; ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ແກ້​ໄຂ​ສິນຄ້າ​ຄ້າງ​ສາງ, ການຜະລິດດຳ​ເນີນ​ທຸລະ​ກິດ​ທີ່ຊັກ​ຊ້າ, ສະພາບ​​ວິ​ສາ​ຫະກິດຖືກ​ຍຸບ​ເລີກ​ຫຼາຍ, ​ເຮັດ​ແນວ​ໃດ​ເພື່ອ​​ໃຫ້ຕະຫຼາດ​ພາຍ​ໃນ​ເຊື່ອມ​ຈອດ​ກັບຕະຫຼາດ​ຕ່າງປະ​ເທດ​, ​ແກ້​ໄຂ​ບັນຫາໜີ້​ເສຍ, ບັນຫາ​ອະສັງຫາລິມະ​ສັບ​ຖືກຢຸດ​ສະ​ງັກ, ​ແກ້​ໄຂ​ຄຸນ​ນະພາບບັນດາ​ກິດຈະກຳ​ກໍ່ສ້າງ… ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ສາທາລະນະ​ສຸກ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ໄດ້ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກວດ ​ແລະ ບິ່ນ​ບົວ​ພະຍາກ, ໂຮງໝໍບໍ່​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ປິ່ນປົວ​ພະຍາດ​ໃນ​ປະຈຸ​ບັນ, ລາຄາ​ຢາປິ່ນປົວ​ພະຍາດ, ​ການເບິ່ງ​ແຍງ​ດູ​ແລ​ເດັກ ​ແລະ ຫຼັກ​ອະນາ​ໄມ​ດ້ານ​ສະບຽງ​ອາຫານ…”


ຂ່າວ/ບົດ​ອື່ນ