ສະພາແຫ່ງຊາດຊຸດໃໝ່ຂອງອາເມລິກາເລືອກຕັ້ງບັນດາການນຳຄົນໃໝ່
ສະພາແຫ່ງຊາດຊຸດທີ 114 ຂອງ ອາເມລິກາ
(ພາບ: qdnd.vn)
|
(vovworld) – ວັນທີ 6/1, ສະພາແຫ່ງຊາດຊຸດທີ 114 ຂອງອາເມລິກາ ໂດຍພັກສາທາລະນະກຳສິດຄວບຄຸມສະພາສູງ ແລະ ສະພາຕ່ຳໄດ້ຈັດກອງປະຊຸມດ້ວຍເລື່ອງເລືອກຕັ້ງບັນດາການນຳຫຼັກແຫຼ່ງຂອງສະພາຕ່ຳ ແລະ ສະພາສູງ. ໂດຍບໍ່ຫົວຊາຕໍ່ການທ້າທາຍ ແລະ ຄຳເຫັນຄັດຄ້ານຈາກສະມາຊິກສະພາຕ່ຳພັກຮັກສາເດີມ Tea Party ບາງທ່ານ, ສະມາຊິກສະພາຕ່ຳ John Boehner ໄດ້ຮັບການເລືອກຕັ້ງເປັນປະທານສະພາຕ່ຳອາຍຸການທີ 3. ທ່ານນາງສະມາຊິກສະພາຕຳ່ Nancy Pelosi ໄດ້ຮັບການເລືອກຕັ້ງເປັນຫົວໜ້າຝ່າຍສ່ວນໜ້ອຍຂອງພັກປະຊາທິປະໄຕຢູ່ສະພາຕ່ຳ. ກ່ອນໜ້ານັ້ນ, ທີ່ສະພາສູງ, ສະມາຊິກສະພາສູງ Mitch McConnell ໄດ້ຮັບການເລືອກຕັ້ງເປັນຫົວໜ້າຝ່າຍສ່ວນຫຼາຍຂອງພັກສາທາລະນະແທນໃຫ້ສະມາຊິກສະພາສູງພັກປະຊາທິປະໄຕ Harry Reid, ຜູ້ທີ່ບໍ່ສາມາດເຂົ້າຮ່ວມວາລະປະຊຸມທຳອິດນີ້ໄດ້ຍ້ອນຖືກບາດເຈັບໃນຂະນະທີ່ພວມອອກກຳລັງກາຍເມື່ອອາທິດກ່ອນ.