ສະພາແຫ່ງຊາດປຶກສາຫາລືການປະຕິບັດເປົ້າໝາຍລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) -ໂຄງການສຳເລັດຈະປະກອບສ່ວນປະຕິບັດ 3 ບຸກທະລຸຍຸດທະສາດ ໃນໜ້າທີ່ພັດທະນາເສດຖະກິດ - ການເມືອງສັງຄົມຢ່າງມີປະສິດທິຜົນ ; ຍົກສູງໂຄງປະກອບພື້ນຖານໂຄງລ່າງຄົບຊຸດ,
ສະພາແຫ່ງຊາດປຶກສາຫາລືການປະຕິບັດເປົ້າໝາຍລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1 ສະພາແຫ່ງຊາດປຶກສາຫາລືການປະຕິບັດເປົ້າໝາຍລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 09 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານຂອງລັດຖະບານ ແລະ ຜົນແຫ່ງການກວດກາການປະຕິບັດຄາດໝາຍແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ; ພ້ອມທັງປຶກສາຫາລືຢູ່ຫໍປະຊຸມກ່ຽວກັບເນື້ອໃນດັ່ງກ່າວ. ທ່ານນາງ ຫງວຽນເຟືອງລວານ ສະມາຊິກສະພາແຫ່ງຊາດແຂວງ ລ້າງເຊີນ ຖືວ່າ:

        “ຂ້າພະເຈົ້າເຫັນດີສູງ ເລື່ອງສະພາແຫ່ງຊາດໄດ້ນຳເອົາເນື້ອໃນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເລື່ອງປ້ອງກັນຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ການທຳຮ້າຍທາງເພດສຳລັບເດັກ, ແມ່ຍິງເຂົ້າຮ່າງມະຕິແຜນການພັດທະນາເສດຖະກິດ, ສັງຄົມ ປີ 2018. ຂ້າພະເຈົ້າສະເໜີ ເອົາໃຈໃສ່ເຖິງກຸ່ມມາດຕະການສື່ສານກ່ວາອີກ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງປະສິດທິຜົນແທ້ຈິງຂອງວຽກງານສື່ສານໂຄສະນາ ເພື່ອແນໃສ່ລົບລ້າງບັນດາຮົ້ວກີດຂວາງຄວາມສະເໝີພາບລະຫວ່າງຍິງ - ຊາຍໃນທຸກຂົງເຂດເທື່ອລະກ້າວ

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 08 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບແຜນນະໂຍບາຍການລົງທຶນກໍ່ສ້າງທາງຄວາມໄວສູງເໜືອ - ໃຕ້ ບາງຕອນຢູ່ທາງທິດຕາເວັນອອກໄລຍະ 2017 – 2020, ສະມາຊິກສະພາແຫ່ງຊາດສ່ວນຫລາຍໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍດັ່ງກ່າວ ແລະ ຖືວ່າ: ໂຄງການສຳເລັດຈະປະກອບສ່ວນປະຕິບັດ 3 ບຸກທະລຸຍຸດທະສາດ ໃນໜ້າທີ່ພັດທະນາເສດຖະກິດ - ການເມືອງສັງຄົມຢ່າງມີປະສິດທິຜົນ ; ຍົກສູງໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ປັບປຸງກຳລັງຄວາມສາມາດແກ່ງແຍ້ງລະດັບຊາດ; ປະກອບສ່ວນພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ແກ້ໄຂບາງຂໍ້ຈຳກັດໃນຂະແໜງຄົມມະນາຄົມປັດຈຸບັນນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ