ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍ 2 ສະບັບ

ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍ 2 ສະບັບ - ảnh 1
ສະພາ​ແຫ່ງ​ຊາດ​ປຶກ​ສາຫາ​ລື​ຢູ່​ໜ່ວຍ
(ພາບ: hanoimoi.com.vn)


(vovworld) – ​ຕອນ​ບ່າຍ 13/11, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ສັດຕະວະ​ແພດ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ໝູ່​ເກາະ. ປຶກສາ​ຫາລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ໝູ່​ເກາະ, ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ຖື​ວ່າ ຕ້ອງ​ປ່ຽນ​​ໃໝ່​່ຊື່​ເອີ້ນຂອງ​ກົດໝາຍ​ເປັນ “​ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ​ທະ​ເລ” ​ເພື່ອຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ຕັ້ງ​ຊື່ສຳລັບ​ກົດໝາຍ​ທະ​ເລ​ຫວຽດນາມ, ພ້ອມ​ທັງ​ເພີ​່ມ​ເຕີມບັນດາ​ພາກສ່ວນ​ອື່ນ​ບົນ​ທະ​ເລ​ຄື: ຫີນ, ຫາດ​ດອນ​ຫີນ ແລະ ບັນດາ​​ໂຄງ​ສ້າງ​ທໍລະນີອື່ນ​ໆທີ່​ຂຶ້ນ​ກັບສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ຂອບ​ເຂດ​ປັບປຸງ​ຂອງ​ຮ່າງ​ກົດໝາຍ. ກ່ຽວກັນກົດໝາຍ​ວ່າ​ດ້ວຍ​ສັດຕະວະ​ແພດ, ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​​ໄດ້​ຍົກໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ສິດ​ປະກາດ​ພະຍາດ​ຂອງ​ສັດ​ບົກ ​ແລະ ຖື​ວ່າ ຕ້ອງ​ຮັກສາ​ໄວ້​ບັນດາ​ຂໍ​້ກຳນົດ​ຂອງ​ລັດຖະບັນຍັດສັດຕະວະ​ແພດ ທີ່ພວມ​ປະກາດ​ໃຊ້.
    ໃນຕອນ​ເຊົ້າ​ວັນ​ທີ 13/11, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວກັບຮ່າງ​ປະມວນ​​ກົດໝາຍ​ແພ່ງ (ສະບັບ​ປັບປຸງ). ​ເຫັນ​ດີ​ກັບ​ການ​ປັບປຸງ​ກົດໝາຍ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດໄຈ້​ແຍກ​ວ່າ: ພາຍຫຼັງ​ປະກາດ​ໃຊ້​ເປັນ​ເວລາ 8 ປີ, ປະມວນກົດໝາຍ​​ແພ່ງ​ໄດ້ມີ​ການ​ກະທົບຢ່າງ​ຕັ້ງ​ໜ້າ​ເຖິງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ, ກໍ່​ຄື​ການ​ປັບປຸງລະບົບ​ກົດໝາຍ… ​ແຕ່​ວ່າ, ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຫັນ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກເປັນ​ລະບອບ​ກົດໝາຍ ​​ແລະ ພິ​ເສດ​ແມ່ນ​ຄວາມ​ຮຽກຮ້ອງ​ປົກ​ປ້ອງ​ສິດຂອງ​ມະນຸດ, ສິດ​ຂອງ​ພົນລະ​ເມືອງ ​ແລະ ປັບປຸງ​ລະບອບ​ເສດຖະກິດ​ການ​ຕະຫຼາດ ຕາມ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ປະມວນ​​ກົດໝາຍ​ແພ່ງ ພວມ​ປະກາດ​ໃຊ້​ໄດ້​ສະ​ແດງໃຫ້​ເຫັນ​ຂໍ້​ຈຳກັດ, ຕິດ​ຂັດ. ສະ​ນັ້ນ, ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ບໍ່​ໜ້ອຍ​ເຖິງ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ຂອງປະມວນ​​ກົດໝາຍ​ແພ່ງ ​ເວົ້າ​ສະ​ເພາະ, ກົດໝາຍ​ພົນລະ​ເຮືອນ​ເວົ້າ​ລວມ​; ຍັງ​ບໍ່​ທັນ​ສ້າງ​ສະພາບ​ແວດ​ລ້ອມ​ນິຕິ​ກຳ​ທີ່​ສະດວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ ກໍ່​ຄື​​ໃຫ້​ແກ່​ການຮັບ​ຮອງ, ​ເຄົາລົບ, ປົກ​ປ້ອງ ​ແລະ ຮັບປະກັນ​ບັນດາ​ສິດ​ພົນລະ​ເຮືອນ​ຂອງ​ປະຊາຊົນ.

    

ຂ່າວ/ບົດ​ອື່ນ