ສະພາແຫ່ງຊາດປຶກສາຫາລືຮ່າງປະມວນກົດໝາຍວ່າດ້ວຍດຳເນີນຄະດີອາຍາ(ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືຮ່າງປະມວນກົດໝາຍວ່າດ້ວຍດຳເນີນຄະດີອາຍາ(ສະບັບປັບປຸງ) - ảnh 1
(ວາລະ​ປະຊຸມ​ຄົບ​ຄະນະ​ ຮັບ​ຟັງ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ
ຄຳ​ເຫັນ​, ປັບປຸງ​ຮ່າງ​ປະມວນ​ກົດໝາຍ​ດຳ​ເນີນ​ຄະດີ​ອາຍາ)


(vovworld) – ​ ຕອນ​ເຊົ້າ​ວັນ​ທີ 6/11, ສະພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ຢູ່​ຫໍ​ປະຊຸມ, ຮັບ​ຟັງ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາຄຳ​ເຫັນ​ປະກອບ, ປັບປຸງ​ຮ່າງ​ປະມວນ​ກົດໝາຍ​ດຳ​ເນີນ​ຄະດີ​ອາຍາ (ສະບັບ​ປັບປຸງ) ​ແລະ ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ເນື້ອ​ໃນ​ບາງ​ຢ່າງ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ປະມວນ​ກົດໝາຍ​ນີ້. ຮ່າງ​ປະມວນ​ກົດໝາຍ​ດຳ​ເນີນ​ຄະດີ​ອາຍາ (ສະບັບ​ປັບປຸງ) ຄັ້ງ​ນີ້ ​ໄດ້​ຫັນ​ເປັນ​ລະອຽດບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ໂຕ້​ຄວາມ​ໃນ​ຄະດີ​ອາຍາ​​ເພື່ອ ຫລີກ​ລ້ຽງ​ການ​ພັດ​ສິນ​ໂທດ​ຢ່າງ​ຜິດພາດ. ຮ່າງ​ກົດໝາຍ​ໄດ້​ເພີ່ມ​ເຕີມຫລາຍຂໍ້ກຳນົດ​ ​ເພື່ອ​ໃຫ້​ຜູ້​ແກ້ຄວາມ​ປະຕິບັດ​ການ​ແກ້ຄວາມ​ໃຫ້​ບຸກຄົນ​ຖືກ​ກັກ​ຂັງຊົ່ວຄາວ, ຜູ້​ຖືກ​ຫາ, ຈຳ​ເລີຍ​ໃຫ້ດີ​ກ່ວາ. ຕາມ​ນັ້ນ​ແລ້ວ ຜູ້​ແກ້ຄວາມ​ມີ​ສິດ​ສຳ​ຫລວດ​ກວດກາ, ຕີ​ລາຄາ​ຫລັກ​ຖານ, ຂອງ​ກາງ, ​ເອກະສານຕ່າງໆ…​ທີ່​ກ່ຽວຂ້ອງ​ເຖິງ​ການ​ແກ້ຄວາມ​ຕາມ​ກຳນົດຂອງ​ປະມວນຂໍ້ ກົດໝາຍ​ນີ້.

ຂ່າວ/ບົດ​ອື່ນ