ສະພາແຫ່ງຊາດປຶກສາຫາລືຮ່າງລັດຖະທຳມະນູນສະບັບປັບປຸງ ຂອງລັດຖະທຳມະນູນປີ 1992

ສະພາແຫ່ງຊາດປຶກສາຫາລືຮ່າງລັດຖະທຳມະນູນສະບັບປັບປຸງ ຂອງລັດຖະທຳມະນູນປີ 1992 - ảnh 1
ທີ່ກອງປະຊຸມ
(ພາບ: sggp.org.vn)


(vovworld) - ໂດຍ​ສືບ​ຕໍ່​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 6/11, ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍກ່ຽວ​ກັບການປັບ​ປຸງລັດຖະທຳ​ມະນູນ​ປີ 1992; ຮ່າງ​ມະຕິກ່ຽວ​ກັບ​​ເລື່ອງ​ຮັບ​ເອົາ​​ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ປັບ​ປຸງລັດຖະທຳ​ມະນູນ​ປີ 1992.

ຕາມ​ທ່ານ Tran Minh Dieu, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Quang Binh ​ແລ້ວ, ລັດຖະທຳ​ມະນູນ​ໄດ້​ຢືນຢັນວ່າ ລັດ​ຫວຽດນາມ ​​ແມ່ນລັດ​ແຫ່ງ​ອຳນາດນິຕິ​ບັນ​ຍັດສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ທ່ານ Tran Minh Dieu ກ່າວ​ວ່າ

“ສິດ​ອຳນາດ​ຂຶ້ນ​ກັບ​ປະຊາ​ຊົນ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບັນຫາ​ສຳຄັນ. ສຳລັບ​ບັນຫາ​ນີ້ ​ໂຄງການ​ການ​ເມືອງ ​ແລະ ມະຕິ​ຂອງ​ພັກ​ກຳນົດ​ວ່າ ແມ່ນ​​ແນວ​ຄິດ​ສຳຄັນ ​ແລ​ະ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍໃນ​ວິວັດ​ການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ປະຊາຊົນ​ນຳ​ໃຊ້​ສິດ​ອຳນາດ​ຂອງ​ລັດ​ໂດຍຜ່ານ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ, ​​ຊຶ່ງແມ່ນ​ບັນດາ​ອົງການ​ຕາງ​ໜ້າ​ໃຫ້​ເຈດ​ຈຳນົງ, ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ, ​ໂດຍປະຊາຊົນ​ເລືອກ​ຕັ້ງ ​ແລະ ຮັບຜິດຊອບ​ຕໍ່​ປະຊາຊົນ”​.

ຮ່າງ​ລັດຖະທຳ​ມະນຸ​ນສະບັບ​ປັບປຸງ​​ໄດ້​ເພີ່ມ​ເຕີມ​ບາງ​ສິດທິຂອງ​ມະນຸດ, ສິດ ​ແລະ ພັນທະ​​ເປັນ​ພື້ນຖານ​ຂອງພົນລະ​ເມືອງ. ​ເພີ່ມ​ສິດ​ໃຫ້​ແກ່​ທ່ານ​ປະ​ທານ​ປະ​ເທດ​ ກໍ​​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັງ​ປຸງ​ຂອງລັດຖະທຳ​ມະນູ​ນປີ 1992. ຕາມ​ນັ້ນ​ແລ້ວ, ທ່ານ​ປະທານ​ປະ​ເທດ​ຈະ​ນຳພາ​ບັນດາ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ​ແລະ ທັງ​ດຳລົງຕຳ​ແໜ່​ງປະທານ​ສະພາ​ປ້ອງ​ກັນຊາ​ດ ​ແລະ ປ້​ອງກັນ​ຄວາມ​ສະຫງົບ.

ຂ່າວ/ບົດ​ອື່ນ