ສະພາແຫ່ງຊາດປະຕິບັດວຽກງານບຸກຄະລາກອນຢ່າງເປັນເຈົ້າການ,ຖືກຕາມກົດໝາຍ
(ທີ່ການປະຊຸມຂ່າວ)
(vovworld) - ທີ່ການປະຊຸມຂ່າວສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫງວຽນແຮ້ງຟຸກ ຢືນຢັນວ່າ, ທີ່ກອງປະຊຸມຄັ້ງນີ້ ສະພາແຫ່ງຊາດໄດ້ສະຫງວນເວລາສ່ວນຫຼາຍໃຫ້ວຽກງານບຸລະນະບຸກຄະລາກອນໃຫ້ສຳເລັດ.
“ນີ້ແມ່ນວຽກງານທີ່ມີການກະກຽມ, ແຈ້ງຂ່າວຂອງບັນດາອົງການຄຸ້ມຄອງພະນັກງານຂັ້ນສູງ, ແຈ້ງໃຫ້ທຸກເປົ້າໝາຍ, ພາກສ່ວນກະກ່ຽມໃຫ້ແກ່ການພົ້ນຕຳແໜ່ງ, ເພື່ອບໍ່ໃຫ້ຕົກຢູ່ໃນທ່າຮັບ. ພວກເຮົາໄດ້ປະຕິບັດຖືກຕາມຂັ້ນຕອນກ່ຽວກັບວຽກງານຄຸ້ມຄອງ, ພົ້ນຕຳແໜ່ງ, ແຕ່ງຕັ້ງພະນັກງານຖືກຕາມຂໍ້ກຳນົດ, ຂອງພັກ, ລັດ ແລະ ສະພາແຫ່ງຊາດ”.
ທ່ານຮອງເລຂາທິການໃຫຍ່ສະພາແຫ່ງຊາດ ເລມິງທົງ ໃຫ້ຂໍ້ສັງເກດວ່າ ເລື່ອງບຸລະນະບຸກຄະລາກອນຂັ້ນສູງໃຫ້ສຳເລັດ ໂດຍສະພາແຫ່ງຊາດຊຸດທີ 13 ປະຕິບັດຖືກຕາມແຜນນະໂຍບາຍ ແລະ ຂໍ້ກຳນົດຂອງກົດໝາຍ. ສະພາແຫ່ງຊາດຈະສືບຕໍ່ຄົ້ນຄວ້າປັບປຸ່ງຂໍ້ກຳນົດ ເພື່ອປະຕິບັດໃຫ້ດີກວ່າ, ຮັບປະກັນລັກສະນະກະທັດລັດ, ແໜ້ນແຟ້ນທີ່ສຸດ.